ລາວ ເຈົ້າພາບ ກຸ່ມ C  ບານເຕະຍິງ ຊີງແຊ້ມ ອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ

ລາວ ເຈົ້າພາບ ກຸ່ມ C  ບານເຕະຍິງ ຊີງແຊ້ມ ອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ

ສປປ ລາວ ເຈົ້າພາບ ກຸ່ມ C  ການແຂ່ງຂັນບານເຕະຍິງ ຊີງແຊ້ມ ອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ AFC U17 Women’s Asian Cup™ China 2027 Qualifiers ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 5-11 ຕຸລາ 2026, ໂດຍກຸ່ມ C ປະກອບມີ ທີມເຕະບານຍິງ ຊາດລາວ, ໄຕ້ຫວັນ, ອີຣ່ານ ແລະ ກໍາປູເຈຍ

ການແຂ່ງຂັນລາຍການນີ້ ມີ 30 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມ ຊຶ່ງການແຂ່ງຂັນແບ່ງອອກເປັນ 8 ກຸ່ມ, ທີມໄດ້ອັນດັບ 1 ຂອງແຕ່ລະກຸ່ມແມ່ນຈະຜ່ານເຂົ້າສູ່ຮອບສຸດທ້າຍ ທີ່ ສປ ຈີນ ໃນລະຫວ່າງວັນທີ 31 ມີນາ ຫາ 17 ເມສາ 2027 ເພື່ອຄັດເລືອກເອົາ 4 ທີມ ຈາກ ທະວີບອາຊີ ເຂົ້າຮ່ວມການແຂ່ງຂັນບານເຕະຍິງຊີງແຊ້ມໂລກ ຮຸ່ນອາຍຸບໍ່ເກີນ 17 ປີ ທີ່ປະເທດໂມຣອກໂກ.

ທີ່ມາ: ສຕລ

Related Articles

Leave a Reply