ກຽມພົບກັບງານມະຫະກຳການຄ້າ ທາງເອເລັກໂຕຣນິກລະດັບຊາດ ໃນທ້າຍເດືອນກັນຍາ 2026

ກຽມພົບກັບງານມະຫະກຳການຄ້າ ທາງເອເລັກໂຕຣນິກລະດັບຊາດ ໃນທ້າຍເດືອນກັນຍາ 2026

ກະຊວງອຸດສາຫະກຳ ແລະ ການຄ້າ ຈະຈັດງານມະຫະກຳການຄ້າທາງເອເລັກໂຕຣນິກລະດັບຊາດ ຫຼື “Lao E-Commerce Festival 2026” ໃນລະຫວ່າງວັນທີ 25-26 ກັນຍາ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ.

ທ່ານ ພຸດທະວັນ ນັນທະວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ ວ່າ: ຈຸດປະສົງໃນການຈັດງານຄັ້ງນີ້ ເນັ້ນໃສ່ຜັນຂະຫຍາຍແຜນພັດທະນາເສດຖະກິດດິຈິຕອນ, ການເຊື່ອມໂຍງການຄ້າຂາຍອອນລາຍ, ສ້າງໂອກາດໃຫ້ແກ່ພາກທຸລະກິດ, ເປັນການເສີມສ້າງໃນການຂັບເຄື່ອນການເຕີບໂຕທາງເສດຖະກິດ ຂອງ ສປປ ລາວ, ພ້ອມນັ້ນ ກໍເພື່ອຊຸກຍູ້ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ແລະ ສິນຄ້າທ້ອງຖິ່ນ (ODOP) ໃຫ້ສາມາດເຂົ້າເຖິງຕະຫຼາດທີ່ກວ້າງຂວາງຂຶ້ນ ທັງພາຍໃນ ແລະ ຕ່າງປະເທດ.

ພາຍໃນງານຄັ້ງນີ້ ຈະມີກິດຈະກຳທີ່ໜ້າສົນໃຈຫຼາຍຢ່າງ ເປັນຕົ້ນ: ບູດວາງສະແດງ ແລະ ຈໍາໜ່າຍສິນຄ້າອອນລາຍ, ເປີດໂອກາດໃຫ້ຜູ້ຊື້ ແລະ ຜູ້ຂາຍໄດ້ພົບປະກັນຕົວຈິງ, ເວທີສໍາມະນາແລກປ່ຽນຄວາມຮູ້ ເພື່ອ ຮັບຟັງການແບ່ງປັນປະສົບການ ແລະ ເຕັກນິກຈາກຊ່ຽວຊານລະດັບແນວໜ້າ, ກິດຈະກໍາຈັບຄູ່ທຸລະກິດ (Business Matching) ເພື່ອສ້າງເຄືອຂ່າຍ ແລະ ຄູ່ຮ່ວມມືທາງທຸລະກິດໃນອະນາຄົດ.

Related Articles

Leave a Reply