ເຈົ້າໜ້າທີ່ໜ່ວຍສະເພາະກິດແກ້ໄຂບັນຫາສະແກມເມີ ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບກຳລັງປ້ອງກັນເຄື່ອນທີ່ໄດ້ກັກຕົວກຸ່ມແກ້ງພະນັນອອນລາຍ ແລະ ສະແກມເມີ 589 ຄົນ ເມື່ອມໍ່ໆມານີ້ຢູ່ຕຶກອາຄານໃຫ້ເຊົ່າເຂດບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ຜູ້ຖືກຫາ 589 ຄົນ (ຍິງ 309 ຄົນ) ມີສັນຊາດໄທ ມີ 373 ຄົນ (ຍິງ 198 ຄົນ), ລາວ 199 ຄົນ (ຍິງ 105 ຄົນ), ຫວຽດນາມ 15 ຄົນ (ຍິງ 4 ຄົນ) ແລະ ສັນຊາດກຳປູເຈຍ ຍິງ 2 ຄົນ; ພ້ອມນີ້ຍັງໄດ້ຢຶດເຄື່ອງຂອງກາງມີ ຄອມພິວເຕີຕັ້ງໂຕະ 1.517 ໜ່ວຍ, ໂນດບຸກ 4.045 ໜ່ວຍ, ໂທລະສັບມືຖື 5.245 ໜ່ວຍ ເພື່ອນຳໄປກວດສອບ ແລະ ສືບສວນຂະຫຍາຍຜົນ.
ປັດຈຸບັນ, ເຈົ້າໜ້າທີ່ກໍາລັງດໍາເນີນການສືບສວນ-ສອບສວນ ເພື່ອຫາຫົວໂປ່ໂຕການ ແລະ ຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍ.
ທີ່ມາແຫຼ່ງຂໍ້ມູນຂ່າວ-ພາບ: ຄໍາໂຖ

