ເສຍຊີວິດ 11 ຄົນທີ່ເກີດຈາກອັກຄີໄພໃນປີຜ່ານມາ

ເສຍຊີວິດ 11 ຄົນທີ່ເກີດຈາກອັກຄີໄພໃນປີຜ່ານມາ

ມີຜູ້ເສຍຊີວິດເຖິງ 11 ຄົນທີ່ເກີດຈາກອັກຄີໄພ (ໄຟໄໝ້) ໃນປີ 2025 ທີ່ຜ່ານມາຈາກອັກຄີໄພທີ່ເກີດຂຶ້ນທັງໝົດ 193 ຄັ້ງໃນທົ່ວປະເທດ ແລະ ມີຜູ້ບາດເຈັບ 8 ຄົນ; ເຮືອນຊານຖືກໄຟໄໝ້ 185 ຫຼັງ, ຫ້ອງການລັດ 2 ຫຼັງ, ໂຮງຮຽນ 3 ຫຼັງ, ສາງເກັບເຄື່ອງ 4 ຫຼັງ, ໂຮງງານ 3 ຫຼັງ, ຫ້າງຮ້ານ 23 ຫຼັງ, ລົດໃຫຍ່ 13 ຄັນ ແລະ ອາຄານໄດ້ຮັບຜົນກະທົບ 169 ຫຼັງ, ມູນຄ່າເສຍຫາຍຫຼາຍກວ່າ 208 ຕື້ກີບ.

ອັກຄີໄພ 193 ຄັ້ງດັ່ງກ່າວເກີດຫຼາຍກວ່າໝູ່ຢູ່ແຂວງຈຳປາສັກ 46 ຄັ້ງ, ນະຄອນຫຼວງວຽງຈັນ 33 ຄັ້ງ, ສະຫວັນນະເຂດ 28 ຄັ້ງ.

ອັກຄີໄພສ່ວນຫຼາຍເກີດຈາກໄຟຟ້າລັດວົງຈອນ 98 ຄັ້ງ, ຄວາມເລີນເລີ້ຂາດສະຕິ 37 ຄັ້ງ (ຈູດທູບທຽນ, ແຕ່ງກິນ, ຈູດຂີ້ເຫຍື້ອ…), ເຈດຕະນາຈູດ 18 ຄັ້ງ, ຂາດຄວາມຮັບຜິດຊອບທາງເຕັກນິກ 8 ຄັ້ງ, ລະບົບພາຫະນະ/ໄອທີຂັດຂ້ອງ 7 ຄັ້ງ, ອຸປະຕິເຫດລົດປີ້ນ 3 ຄັ້ງ, ຟ້າຜ່າ 1 ຄັ້ງ ແລະ ຢູ່ລະຫວ່າງສືບສວນ 21 ຄັ້ງ.

ເຫດການພົ້ນເດັ່ນແມ່ນວັນທີ 14 ກຸມພາ 2025 ເກີດເຫດໄຟໄໝ້ ແລະ ລະເບີດຮຸນແຮງ ຢູ່ຮ້ານຂາຍອາໄຫຼ່ລົດຂອງນັກທຸລະກິດຈີນ ທີ່ເມືອງໄຊ ແຂວງອຸດົມໄຊ ສາເຫດເກີດຈາກການຖິ້ມກົ້ນຢາສູບຊະຊາຍໃສ່ທາດລະເບີດ ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ, ບາດເຈັບ 6 ຄົນ, ບ້ານເຮືອນເສຍຫາຍ 143 ຫຼັງ, ມູນຄ່າເສຍຫາຍກວ່າ 51 ຕື້ກີບ.

ຂໍ້ມູນທີ່ກ່າວມາຂ້າງເທິງນັ້ນ ແມ່ນການສະຫຼຸບ ຫຼື ລາຍງານຜົນງານການເຄື່ອນໄຫວປະຈຳປີ 2025 ຂອງ ພັອ ບໍລິວົງ ວົງຫຼວງລາດ, ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ.

Related Articles

Leave a Reply