ໃນຕອນເຊົ້າມື້ອື່ນວັນທີ 10 ກໍລະກົດ 2025 ນີ້, ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ປະຊາຊົນ ທີ່ຢຶດຖືສາດສະໜາພຸດ ຫຼື ຄົນຕ່າງປະເທດທີ່ ເຫຼື້ອມໃສສັດທາໃນວັດທະນະທໍາ ແລະ ຮິດຄອງປະເພນີອັນດີງາມຂອງຄົນລາວ ໄດ້ກຽມພ້ອມແລ້ວ ຫຼື ຍັງ ພາກັນໄປໃສ່ບາດ ຢູ່ຕາມວັດຕ່າງໆ ຢູ່ທີ່ບ້ານຂອງພວກເຮົາ ໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດມື້ບຸນເຂົ້າພັນສາ 2025.
ບຸນເຂົ້າພັນສາ ຄືວັນທີ່ພຣະພິກຂຸສົງ ເລີ່ມເຂົ້າຈໍາພັນສາ ຢູ່ໃນອາຣາມ ຫຼື ວັດແຫ່ງໃດແຫ່ງໜຶ່ງ ໃນໄລຍະລະດູຝົນ ກໍານົດຕັ້ງແຕ່ວັນແຮມ 01 ຄໍ່າເດືອນ 08 ຫາ ວັນຂຶ້ນ 15 ຄໍ່າເດືອນ 11 ລາວ, ລວມເວລາ 03 ເດືອນເຕັມ.
ເມື່ອຄັ້ງທີ່ພຣະຜູ້ມີພະພາກເຈົ້າຍັງບໍ່ທັນໄດ້ບັນຍັດການຈໍາພັນສາແກ່ພິກຂຸທັງຫຼາຍ, ພິກຂຸເຫຼົ່ານັ້ນທ່ຽວສັນຈອນໄປມາຕະຫຼອດລະດູໜາວ, ລະດູຮ້ອນ ແລະ ລະດູຝົນ ພວກຊາວບ້ານທັງຫຼາຍຈິ່ງໄດ້ມີການຕໍານິຕິຕຽນວ່າ: ເຫດໃດພຣະສັມມະນະສັກກະຍະບຸດຈຶ່ງໄດ້ທ່ຽວສັນຈອນໄປມາຕະຫຼອດລະດູໜາວ,ລະດູຮ້ອນ ແລະ ລະດູຝົນຢຽບຢໍ້າພືດພັນຕ່າງໆເສຍຫາຍເປັນຈໍານວນຫຼາຍ ແລະ ຍັງໄດ້ບຽດບຽນຊີວິດສັດນ້ອຍເປັນຈໍານວນຫຼາຍ.
ໃນເມື່ອພິກຂຸທັງຫຼາຍໄດ້ຍິນຊາວບ້ານເຫຼົ່ານັ້ນຕໍານິຕິຕຽນຈິ່ງໄດ້ເຂົ້າກາບທູນເລື່ອງນັ້ນແກ່ພຣະຜູ້ມີພະພາກເຈົ້າ. ຈາກນັ້ນພຣະຜູ້ມີພະພາກເຈົ້າໄດ້ຊົງປຣາລົບ (ເວົ້າ) ຕໍ່ເຫດທີ່ເກີດຂຶ້ນນັ້ນແລ້ວຊົງຮັບສັ່ງຕໍ່ພິກຂຸທັງຫຼາຍວ່າ: “ ຈົ່ງຟັງເຮົາກ່ອນພິກຂຸທັງຫຼາຍ ” ຕໍ່ໄປນີ້ເຮົາອະນຸຍາດໃຫ້ພວກທ່ານທັງຫຼາຍຈໍາພັນສາຈົນຕະຫຼອດໄຕຣມາດ.
ສ່ວນວ່າສະຖານທີ່ຄວນຈໍາພັນສານັ້ນຄວນເປັນສະຖານທີ່ທີ່ສະປາຍະ (ສະຖານທີ່ທີ່ບໍ່ໄກຈາກບ້ານຈົນເກີນໄປ ແລະ ບໍ່ໃກ້ກັບບ້ານຈົນເກີນໄປ), ມີການຄົມມະນາຄົມທີ່ສະດວກ, ໄປມາສະດວກ, ຕອນກາງເວັນຄົນບໍ່ຫຼາຍ, ບໍ່ສັບສົນ, ກາງຄືນງຽບສະຫງົບ, ບໍ່ມີຊາວບ້ານເຂົ້າມາລົບກວນ, ເປັນສະຖານທີ່ລັບຕາຄົນ, ເປັນສະຖານທີ່ທີ່ເໝາະສົມສໍາລັບບັນພະສິດຜູ້ຮັກຄວາມສະຫງົບ.
ການຈໍາພັນສານັ້ນແມ່ນມີວັດຖຸປະສົງເພື່ອໃຫ້ພຣະພິກຂຸສັມມະເນນໃຫ້ມີເວລາປະພຶດປະຕິບັດທໍາໄດ້ຫຼາຍຂຶ້ນ, ໃນສ່ວນຂອງອຸບາສົກ-ອຸບາສິກາ (ພໍ່ອອກ-ແມ່ອອກ) ສາມາດກໍານົດເຂດການຈໍາພັນສາຂອງເຮົາໄດ້ໂດຍກໍານົດໄວ້ ທີ່ສູນກາງກາຍຖານທີ 07 ໃຫ້ໃຈເຮົາຢຸດນິ້ງຢູ່ໃນປະຣິມົນທົນແຫ່ງການຈໍາພັນສາ. ສໍາລັບໃນວັນເຂົ້າພັນສາມີ 02 ປະເພນີຄື: ປະເພນີຖວາຍຜ້າອາບນໍ້າຝົນ ແລະ ປະເພນີແຫ່ທຽນພັນສາ.