Vientiane Times Lao
ລາວ-ອານເຊຣີ ປຶກສາຫາລືການພົວພັນຮ່ວມມືວຽກງານຫຼາຍດ້ານ

ລາວ-ອານເຊຣີ ປຶກສາຫາລືການພົວພັນຮ່ວມມືວຽກງານຫຼາຍດ້ານ

ໃນໂອກາດທີ່ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາເລເຊຍ.

ທ່ານ ທອງສະຫວັນ ພົມວິຫານ ໄດ້ເຂົ້າພົບປະສອງຝ່າຍກັບ ທ່ານ ອາເມັດ ເອັດເທັບ (Ahmed Attaf) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ ໃນວັນທີ 8 ກໍລະກົດ 2025 ຜ່ານມານີ້, ຊຶ່ງການພົບປະ ສອງຝ່າຍ ໄດ້ປຶກສາຫາລືການຮ່ວມມືໃນຕໍ່ໜ້າຂອງສອງປະເທດ ໂດຍສະເພາະແມ່ນການຊຸກຍູ້ການພົວພັນຮ່ວມມືໃນຂົງເຂດທີ່ສອງຝ່າຍມີທ່າແຮງ ເປັນຕົ້ນ ການຄ້າ, ການລົງທຶນ, ກະສິກໍາ, ພະລັງງານ, ການທ່ອງທ່ຽວ ແລະ ອື່ນໆ.

ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ສະແດງຄວາມຍິນດີທີ່ໄດ້ມີໂອກາດພົບປະກັນໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ອານເຊຣີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ. ພ້ອມນີ້, ສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ, ໂດຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີນຳກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ແຕ່ວັນທີ 15 ພຶດສະພາ 1973 (ຄົບຮອບ 52 ປີ), ສອງຝ່າຍ ໄດ້ມີການສົ່ງສານຊົມເຊີຍ ເຖິງກັນ ແລະ ກັນ ໃນໂອກາດສໍາຄັນຕ່າງໆ.

ທີ່ມາ: ກົມການຂ່າວ

Related Articles

Leave a Reply