ຫຼັງຈາກສອງວັນເຕັມຂອງການຄົ້ນຄວ້າປຶກສາຫາລືໃນກອງປະຊຸມລັດຖະບານເປີດກວ້າງຄັ້ງທີ I ປີ 2025 ລັດຖະບານໄດ້ເປີດເຜີຍແຜນຈຸດສຸມໃນ 6 ເດືອນທ້າຍປີ 2025 ນີ້ ໂດຍການເລັ່ງໃສ່ການແກ້ໄຂບັນຫາໜີ້ສິນ, ການຜະລິດ ແລະ ຄ່າຄອງຊີບ.
ທ່ານ ສອນໄຊ ສິດພະໄຊ, ລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ ແລະ ໂຄສົກລັດຖະບານ, ໄດ້ຖະແຫຼງຕໍ່ສື່ມວນຊົນກ່ຽວກັບຜົນສຳເລັດ ແລະ ທິດທາງແກ້ໄຂບັນຫາເສດຖະກິດ-ການເງິນຂອງປະເທດ..
ສຳລັບ 6 ເດືອນທ້າຍປີ 2025, ລັດຖະບານໄດ້ວາງແຜນວຽກຈຸດສຸມເພື່ອສືບຕໍ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ໂດຍຈະເນັ້ນໜັກໃສ່ການ ຊຳລະໜີ້ສິນຕ່າງປະເທດໃຫ້ທັນຕາມກຳນົດ, ຊຸກຍູ້ ການຜະລິດເປັນສິນຄ້າທົດແທນການນຳເຂົ້າ ແລະ ສົ່ງອອກ, ພ້ອມທັງຄົ້ນຄວ້າມາດຕະການຮັບມືຕໍ່ກັບຄວາມສ່ຽງດ້ານນໍ້າມັນເຊື້ອໄຟໃນຕໍ່ໜ້າ. ນອກຈາກນີ້, ຍັງຈະສືບຕໍ່ ຄຸ້ມຄອງແຮ່ທາດຢ່າງເຂັ້ມງວດ ແລະ ແກ້ໄຂບັນຫາພາຫະນະນຳເຂົ້າບໍ່ຖືກຕ້ອງ.
ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ, ລັດຖະບານຈະສຸມໃສ່ ຄົ້ນຄວ້າປັບປຸງເງິນເດືອນ ແລະ ເງິນນະໂຍບາຍຕ່າງໆ ໃຫ້ພະນັກງານ, ທະຫານ, ຕຳຫຼວດ ເພື່ອໃຫ້ເລີ່ມປະຕິບັດໃນປີ 2026.
ທ່ານ ໂຄສົກລັດຖະບານກ່າວວ່າ: “ເຖິງວ່າສະພາບການພາກພື້ນ ແລະ ສາກົນຈະສືບຕໍ່ຜັນແປຢ່າງສະຫຼັບສັບຊ້ອນ, ທັງມີໄພທຳມະຊາດເຊັ່ນ: ນໍ້າຖ້ວມ ແລະ ນໍ້າປ່າໄຫຼຊຸພາຍໃນປະເທດ, ແຕ່ລັດຖະບານກໍໄດ້ພະຍາຍາມຢ່າງສຸດຂີດເພື່ອແກ້ໄຂບັນຫາຕ່າງໆ”.
ຜົນສຳເລັດທີ່ໂດດເດັ່ນໃນ 6 ເດືອນຕົ້ນປີ 2025 ລວມມີ:ເສດຖະກິດຂະຫຍາຍຕົວໃນລະດັບ 4.5%, ເຊິ່ງສະແດງໃຫ້ເຫັນເຖິງການຟື້ນຕົວຢ່າງຕໍ່ເນື່ອງ.
ສາມາດ ເກັບລາຍຮັບງົບປະມານໄດ້ເຖິງ 37,758 ຕື້ກີບ, ເທົ່າກັບ 55% ຂອງແຜນການປີ, ເປັນສັນຍານທີ່ດີຂອງການບໍລິຫານຈັດການການເງິນ.
ອັດຕາເງິນເຟີ້ໄດ້ຫຼຸດລົງ ເປັນແຕ່ລະເດືອນ, ໂດຍສະເລ່ຍ 6 ເດືອນຕົ້ນປີຢູ່ໃນລະດັບ 11% ແລະ ຄາດວ່າໝົດປີຈະຢູ່ໃນລະດັບບໍ່ເກີນ 1 ຕົວເລກ, ເຊິ່ງຈະຊ່ວຍຫຼຸດຜ່ອນພາລະຄ່າຄອງຊີບຂອງປະຊາຊົນ.
ຄັງສຳຮອງເງິນຕາຕ່າງປະເທດໄດ້ເພີ່ມຂຶ້ນ ສາມາດກຸ້ມການນໍາເຂົ້າໄດ້ເຖິງ 4.9 ເດືອນ, ແລະ ຄາດວ່າຈະບັນລຸບໍ່ຫຼຸດ 5 ເດືອນໃນທ້າຍປີ 2025, ສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ.
ການສົ່ງອອກ ສິນຄ້າກະສິກຳ-ປ່າໄມ້ບັນລຸ 1,120 ລ້ານ ກວ່າໂດລາ, ເທົ່າກັບ 75% ຂອງແຜນການປີ, ເປັນການ ປະກອບສ່ວນສຳຄັນໃນການທົດແທນການນຳເຂົ້າ ແລະ ສ້າງລາຍຮັບເຂົ້າປະເທດ.
ໂດຍ ຜົນສຳເລັດ ແລະ ແຜນວຽກຈຸດສຸມເຫຼົ່ານີ້ສະແດງ ໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານໃນການແກ້ໄຂບັນຫາເສດຖະກິດ ແລະ ສ້າງຄວາມໝັ້ນຄົງໃຫ້ແກ່ປະເທດຊາດ.