ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຫາລືຮ່ວມກັບເອກອັກຄະຣາຊະທູດໄທຄົນໃໝ່ ເພື່ອຊຸກຍູ້ການອຳນວຍຄວາມສະດວກທາງການຄ້າຊາຍແດນ ແລະ ເລັ່ງການຮ່ວມມືດ້ານພະລັງງານ ໃຫ້ບັນລຸເປົ້າໝາຍການຄ້າສອງຝ່າຍ.
ໃນວັນທີ 21 ເມສາ 2026, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ, ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ໃນໂອກາດເລີ່ມຕົ້ນປະຕິບັດໜ້າທີ່ທາງການທູດຢ່າງເປັນທາງການ.
ການພົບປະຄັ້ງນີ້ແນໃສ່ການປຶກສາຫາລືເພື່ອຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍການຮ່ວມມືທາງດ້ານເສດຖະກິດ-ການຄ້າ ລະຫວ່າງ ສປປ ລາວ ແລະ ປະເທດໄທ ໃຫ້ມີບາດກ້າວໃໝ່ທີ່ດີຂຶ້ນກວ່າເກົ່າ.
ທ່ານ ມະໄລທອງ ກົມມະສິດ ໄດ້ສະເໜີໃຫ້ຝ່າຍໄທຊ່ວຍເປັນຂົວຕໍ່ໃນການຊຸກຍູ້ການອຳນວຍຄວາມສະດວກທາງການຄ້າຊາຍແດນ ລາວ-ໄທ ໃຫ້ມີຄວາມຄ່ອງຕົວຂຶ້ນ. ພ້ອມດຽວກັນນີ້, ຍັງໄດ້ເນັ້ນໜັກເຖິງການຮ່ວມມືໃນຂະແໜງການຍຸດທະສາດທີ່ສຳຄັນ ຄື: ພະລັງງານ, ບໍ່ແຮ່ ແລະ ເຊື້ອໄຟ ເພື່ອຊຸກຍູ້ໃຫ້ການຂະຫຍາຍຕົວຂອງມູນຄ່າການຄ້າສອງຝ່າຍບັນລຸໄດ້ຕາມຄາດໝາຍທີ່ທັງສອງລັດຖະບານໄດ້ກຳນົດໄວ້. ນອກຈາກນີ້, ຝ່າຍລາວຍັງໄດ້ສະເໜີໃຫ້ສືບຕໍ່ຊຸກຍູ້ໂຄງການພາຍໃຕ້ຂອບການຮ່ວມມືວິຊາການ (TICA) ເພື່ອສົ່ງເສີມການພັດທະນາຊັບພະຍາກອນມະນຸດຮ່ວມກັນ.
ທາງດ້ານ ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງຢືນຢັນຄວາມມຸ່ງໝັ້ນໃນການປະຕິບັດໜ້າທີ່.
ທ່ານເອກອັກຄະຣາຊະທູດ ກ່າວວ່າ ຈະສຸມທຸກຄວາມພະຍາຍາມເພື່ອປະສານງານຢ່າງໃກ້ຊິດກັບພາກສ່ວນກ່ຽວຂ້ອງຂອງລາວ ໃນການຊຸກຍູ້ການພົວພັນຮ່ວມມືທຸກດ້ານໃຫ້ເກີດດອກອອກຜົນຕົວຈິງ ແລະ ນຳຜົນປະໂຫຍດສູງສຸດມາສູ່ປະຊາຊົນທັງສອງຊາດ.
ປະເທດໄທຖືເປັນຄູ່ຄ້າທີ່ສຳຄັນອັນດັບຕົ້ນໆຂອງ ສປປ ລາວ ໂດຍສະເພາະການນຳເຂົ້າ ແລະ ສົ່ງອອກຜ່ານດ່ານຊາຍແດນ ເຊິ່ງການເຂົ້າຮັບຕຳແໜ່ງໃໝ່ຂອງທ່ານເອກອັກຄະຣາຊະທູດໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການສານຕໍ່ທິດທາງການພົວພັນດ້ານເສດຖະກິດຢ່າງຕໍ່ເນື່ອງລະຫວ່າງສອງປະເທດ.

