ມູນຄ່າການຄ້າຕ່າງປະເທດຂອງ ສປປ ລາວ ໄຕມາດທີ 1 ປີ 2026 ທະລຸ 5.2 ຕື້ໂດລາ, ຍູ້ດຸນການຄ້າເກີນດຸນກວ່າ 310 ລ້ານໂດລາ ສະທ້ອນຜົນສຳເລັດຂອງນະໂຍບາຍສົ່ງເສີມການຜະລິດເພື່ອສົ່ງອອກ.
ໂຕເລກດັ່ງກ່າວ ໄດ້ເພີ່ມຂຶ້ນກວ່າ 13% ເມື່ອທຽບກັບໄລຍະດຽວກັນຂອງປີ 2025 ທີ່ຕອນນັ້ນຍອດມູນຄ່າ ຖືກບັນທຶກໄວ້ທີ່ 4,6 ຕື້ໂດລາ.
ການເຕີບໂຕນີ້ບໍ່ພຽງແຕ່ສ້າງຄວາມໝັ້ນໃຈໃຫ້ແກ່ນັກລົງທຶນ, ແຕ່ຍັງສົ່ງຜົນດີຕໍ່ການຮັກສາສະຖຽນລະພາບຂອງເງິນຕາ ແລະ ເສດຖະກິດມະຫາພາກຂອງປະເທດໃນໄລຍະຍາວ
ຈາກການລາຍງານຕົວເລກສະຖິຕິການນຳເຂົ້າ-ສົ່ງອອກສິນຄ້າ ໃນໄລຍະ 3 ເດືອນຕົ້ນປີ (ມັງກອນ ຫາ ມີນາ 2026) ຂອງກົມການຄ້າຕ່າງປະເທດ, ພົບວ່າມູນຄ່າການສົ່ງອອກລວມບັນລຸໄດ້ເຖິງ 2.77 ຕື້ໂດລາ ເຊິ່ງສິນຄ້າສົ່ງອອກອັນດັບຕົ້ນໆຍັງຄົງແມ່ນກຸ່ມຊັບພະຍາກອນ ແລະ ພະລັງງານ ເຊັ່ນ: ຄຳປະສົມ-ຄຳແທ່ງ, ເກືອກາລີ ແລະ ເຄື່ອງໃຊ້ໄຟຟ້າ ໂດຍປະເທດຈີນຍັງຄົງຄອງແຊ້ມເປັນຕະຫຼາດສົ່ງອອກລາຍໃຫຍ່ທີ່ສຸດຂອງລາວ ດ້ວຍມູນຄ່າເກືອບ 1 ຕື້ໂດລາ, ຮອງລົງມາແມ່ນປະເທດຫວຽດນາມ ແລະ ໄທ.
ໃນຂະນະດຽວກັນ, ມູນຄ່າການນຳເຂົ້າສິນຄ້າແມ່ນຢູ່ທີ່ 2.46 ຕື້ໂດລາ ໂດຍໝວດສິນຄ້ານຳເຂົ້າຫຼັກປະກອບມີ ນ້ຳມັນກາຊວນ, ວັດຖຸດິບ ແລະ ພາຫະນະກົນຈັກ ເຊິ່ງນຳເຂົ້າຈາກປະເທດໄທຫຼາຍທີ່ສຸດ ປະມານ 1.33 ຕື້ໂດລາ, ຕາມດ້ວຍຈີນ ແລະ ຫວຽດນາມ
ເຖິງແມ່ນວ່າພາບລວມຂອງດຸນການຄ້າໃນໄຕມາດທຳອິດຈະເປັນບວກຢ່າງແຂງແກ່ນ ໂດຍສະເພາະໃນເດືອນມັງກອນ ແລະ ກຸມພາ, ແຕ່ໃນເດືອນມີນາພັດພົບວ່າມີການຂາດດຸນການຄ້າເລັກນ້ອຍປະມານ 7.5 ລ້ານໂດລາ ເນື່ອງຈາກມູນຄ່າການນຳເຂົ້າທີ່ເພີ່ມຂຶ້ນສູງເຖິງ 1.09 ຕື້ໂດລາ
ທ່າອ່ຽງດັ່ງກ່າວໄດ້ຊີ້ໃຫ້ເຫັນເຖິງຄວາມຈຳເປັນທີ່ພາກສ່ວນກ່ຽວຂ້ອງຕ້ອງໄດ້ສືບຕໍ່ຊຸກຍູ້ການຜະລິດພາຍໃນໃຫ້ແຂງແຮງກວ່າເກົ່າ ພ້ອມທັງບໍລິຫານຈັດການການນຳເຂົ້າສິນຄ້າທີ່ບໍ່ຈຳເປັນຢ່າງຮັດກຸມ ເພື່ອຮັກສາຄວາມສົມດຸນ ແລະ ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບເສດຖະກິດຂອງຊາດໃນໄຕມາດຕໍ່ໆໄປ

