ທ່ານ ພິລາວັນ ສໍພາບມີໄຊ ຜູ້ອໍານວຍການໃຫຍ່ທະນາຄານສົ່ງເສີມກະສິກຳ ຈໍາກັດ ພ້ອມຄະນະ ໄດ້ນໍາເອົາເງິນຈຳນວນ 509 ກວ່າລ້ານກີບ, ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດບໍລິການຈັດຫາງານ ຈຳນວນ 120 ລ້ານກີບ ແລະ ກະຊວງ ອຸດສາຫະກໍາ ແລະ ການຄ້າ ປະກອບສ່ວນສະໜັບສະໜູນ 500 ລ້ານກີບ ມາມອບໃຫ້ແກ່ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເພື່ອຊຸກຍູ້ສົ່ງເສີມງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ IV ແລະ ກະກຽມເຂົ້າຮ່ວມການແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ XIV.
ພິທີມອບຮັບເງິນຈຳນວນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 17 ກໍລະກົດ 2025 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເປັນກຽດຮັບໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ.
ໃນໂອກາດນີ້, ທ່ານ ໂພໄຊ ໄຊຍະສອນ ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຕີລາຄາສູງ ຕໍ່ພາກລັດ ແລະ ເອກະຊົນ ກໍຄືບັນດາບໍລິສັດທຸລະກິດ ທີ່ໄດ້ປະກອບສ່ວນ ທຶນຮອນ ໃນການສ້າງແຮງຈູງໃຈ ເຂົ້າຮ່ວມໃນການແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ IV ແລະ ກະກຽມເຂົ້າຮ່ວມການແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ XIV ທີ່ປະເທດຟີລິບປິນ ໃນໄວໆນີ້, ຖືເປັນສ່ວນສຳຄັນຫຼາຍໃນການຊຸກຍູ້ສົ່ງເສີມໃຫ້ກັບແຮງງານລາວກະຕຸ້ນການພັດທະນາທ່າແຮງຄວາມຮູ້, ຄວາມສາມາດຂອງແຮງງານ ອັນນໍາໄປສູ່ການສ້າງມູນຄ່າເພີ່ມທາງດ້ານເສດຖະກິດຂອງຊາດ ແລະ ການແຂ່ງຂັນຂອງປະເທດ ບົນເວທີຂອງພາກພື້ນ ແລະ ສາກົນ ລວມທັງເປັນເວທີໃຫ້ໄວໜຸ່ມລາວ, ນັກຮຽນວິຊາຊີບໃນສາຂາຕ່າງໆ ໄດ້ສະແດງຄວາມສາມາດດ້ານທັກສະສີມືແຮງງານໃນເວທີການແຂ່ງຂັນ.
ການແຂ່ງຂັນສີມືແຮງງານຖືເປັນເວທີ ໃຫ້ຊາວໜຸ່ມ, ກຳມະກອນລາວ ບັນດາເຜົ່າປະຊາຊົນລາວໄດ້ສະແດງອອກທາງດ້ານຄວາມຮູ້, ຄວາມສາມາດ, ທັກສະສີມື ແລະ ພ້ອມດຽວກັນກໍເປັນການຊຸກຍູ້ສົ່ງເສີມໃຫ້ບັນດາຊາວໜຸ່ມເຫັນຄວາມສຳຄັນໃນການຝຶກວິຊາຊີບ ແລະ ພັດທະນາສີມືແຮງງານໃຫ້ຫຼາຍຂຶ້ນ.
ທີ່ມາ: ຮສສ