ໂຄງການພະລັງງານໄຟຟ້າແສງຕາເວັນຢູ່ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ທີ່ພັດທະນາໂດຍ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຊີລາວ ຈຳກັດ ຮອດປັດຈຸບັນສໍາເລັດແລ້ວ 45% ພາຍຫຼັງທີ່ເລີ່ມລົງມືກໍ່ສ້າງແຕ່ປີ 2024,ໃນນີ້, ວຽກຂຸດດິນຂອງສະຖານີ ເນື້ອທີ່ 3,32 ເຮັກຕາ; ວຽກການຕອກເສົາເຂັມ 45 ເສົາ, ຖານໝໍ້ແປງ, ວຽກການ ຖົມດິນຂອງເດີ່ນສະຖານີ, ພື້ນທີ່ສີຂຽວທີ່ສ້າງຂຶ້ນ ເພື່ອເປັນການປົກປັກຮັກສາສິ່ງແວດລ້ອມຂອງສະຖານີ, ວຽກການອະນາໄມໜ້າດິນຂອງເຂດພະລັງງານແສງຕາເວັນ ແລະ ວຽກການຝັງເສົາເຂັມຂອງເຂດພະລັງງານແສງຕາເວັນ ແມ່ນສຳເລັດ 100%, ວຽກການສ້າງຕາໜ່າງຫີນປ້ອງກັນຕາຝັ່ງເຊາະເຈື່ອນສຳເລັດ 51,96%, ອາຄານການຜະລິດສຳເລັດ 39,21%, ກຳແພງກໍ່ສ້າງສຳເລັດ 34,63%, ການຕິດຕັ້ງໂຄງຄ້ຳແຜງໂຊລ່າເຊວສຳເລັດ 12,12%, ແຜງໂຊລ່າເຊວຕິດຕັ້ງສຳເລັດ 6,57%, ເທົ່າກັບ 85,41 MW, ການປັບປຸງເສັ້ນທາງຂອງເຂດພະລັງງານແສງຕາເວັນມີຄວາມຍາວທັງໝົດ 90,643 km, ສຳເລັດແລ້ວ 84,7%, ການຂຸດດິນຖານເສົາສາຍສົ່ງສຳເລັດ 25 ເສົາ ສໍາເລັດ 43,1%, ສຳລັບການເທຄອນກີດຂອງຖານເສົາສາຍສົ່ງສຳເລັດ 24 ເສົາ, ສະເລ່ຍ 41,38%, ສຳລັບເສົາສາຍສົ່ງທີ່ຕິດຕັ້ງສຳເລັດແລ້ວແມ່ນມີ 45 ເສົາ, ສະເລ່ຍ 7,76%. ໂຄງການດັ່ງກ່າວໄລຍະທີ 1 ນີ້ມີກໍາລັງຕິດຕັ້ງ 1.000 MW, ຜະລິດພະລັງງານໄຟຟ້າ ສະເລ່ຍ 1.700 ກິກາວັດໂມງ/ປີ.
ແຫຼ່ງຂໍ້ມູນຂ່າວ-ພາບ: ຄຳພັນ ແກ້ວມະນີ