Vientiane Times Lao
ລາວ-ອົດສະຕຣາລີ ເພີ່ມທະວີການລົງທຶນ ສຸມໃສ່ກະສິກຳ, ພະລັງງານສີຂຽວ ແລະ ຊັບພະຍາກອນ

ລາວ-ອົດສະຕຣາລີ ເພີ່ມທະວີການລົງທຶນ ສຸມໃສ່ກະສິກຳ, ພະລັງງານສີຂຽວ ແລະ ຊັບພະຍາກອນ

ສປປ ລາວ ແລະ ອົດສະຕຣາລີ ໄດ້ຢືນຢັນຄຳໝັ້ນສັນຍາຄືນໃນການເພີ່ມທະວີການລົງທຶນ ໂດຍແນໃສ່ຂະແໜງການທີ່ເປັນທ່າແຮງ ເຊັ່ນ: ການກະສິກຳ, ພະລັງງານສີຂຽວ ແລະ ຊັບພະຍາກອນ.

ໃນວັນທີ 22 ກໍລະກົດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແລະ ປະທານຄະນະກຳມະການສົ່ງເສີມການລົງທຶນ ໄດ້ພົບປະກັບທ່ານ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີ ເພື່ອ ປຶກສາຫາລື ແລະ ຍົກໃຫ້ເຫັນເຖິງ ການ ຮ່ວມມືດ້ານການຄ້າ ແລະ ການລົງທຶນທີ່ ເພີ່ມຂຶ້ນລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ.

ໃນໄລຍະການພົບປະ, ສອງຝ່າຍໄດ້ ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ ສອດຄ່ອງກັບຍຸດທະສາດເສດຖະກິດ ຂອງອົດສະຕຣາລີໃນພາກພື້ນອາຊີຕາເວັນອອກສຽງໃຕ້ຮອດປີ 2040.

ທ່ານເອກອັກຄະລັດຖະທູດອົດສະຕຣາລີ ກ່າວວ່າ: “ພາຍໃຕ້ຍຸດທະສາດດັ່ງກ່າວ, ພວກເຮົາໄດ້ກຳນົດສາມຂະແໜງຫຼັກ ທີ່ເປັນທ່າແຮງຫຼາຍທີ່ສຸດໃຫ້ແກ່ການລົງ ທຶນຂອງອົດສະຕຣາລີ ເຊັ່ນ: ຂະແໜງກະສິກຳ, ພະລັງງານສີຂຽວ, ແລະ ຊັບພະຍາກອນ.”

ການຮ່ວມມືລະຫວ່າງສອງປະເທດຍັງຂະຫຍາຍໄປເຖິງຂະແໜງກະສິກຳເຊິ່ງມີປະຫວັດຍາວນານກວ່າ 35 ປີ, ນໍາພາໂດຍ ສູນຄົ້ນຄວ້າກະສິກຳສາກົນຂອງອົດສະຕຣາລີ. ນອກຈາກນີ້, ໃນເດືອນມິຖຸນາ 2024 ທີ່ຜ່ານມາ, ໂຄງການຮ່ວມມື ລາວ-ອົດສະ ຕຣາລີ ເພື່ອປັບປຸງວຽກງານສົ່ງເສີມ ການ ລົງທຶນເພື່ອສ້າງເສດຖະກິດທີ່ເຂັ້ມແຂງ (LIFT 4 Laos) ກໍໄດ້ເລີ່ມຕົ້ນຂຶ້ນ. ໂຄງການນີ້ມີເປົ້າໝາຍເພື່ອສ້າງຄວາມສາມາດໃຫ້ແກ່ ສປປ ລາວ ໃນການດຶງດູດ ການລົງທຶນໂດຍກົງຈາກຕ່າງປະເທດທີ່ມີ ຄຸນນະພາບສູງ, ຊຸກຍູ້ການພັດທະນາເສດ ຖະກິດແບບຍືນຍົງ, ເພີ່ມທະວີຄວາມເຂັ້ມ ແຂງເສດຖະກິດລາວຕໍ່ຜົນກະທົບຈາກ ພາຍນອກ ແລະ ເພີ່ມທະວີການຮ່ວມມືພາກພື້ນ.

ໂຄງການລົງທຶນຈາກອົດສະຕຣາລີທີ່ໄດ້ຮັບການຢືນຢັນລວມມີ: 

ບໍລິສັດ Linfox: ເຊັນສັນຍາກັບ Carlsberg/Lao Brewery ເພື່ອຂົນສົ່ງສິນຄ້າໃນຫຼາຍແຂວງ ແລະ ຍັງໄດ້ສະໜອງລົດຍົກສຳລັບສາງຂອງ Carlsberg ໃນລາວ.

ບໍລິສັດ Costa ໄດ້ສ້າງຕັ້ງຟາມໝາກບູແບຣີ້ຂະໜາດໃຫຍ່ຢູ່ແຂວງຈຳປາສັກ, ເຊິ່ງຄາດວ່າຈະສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນຫຼາຍກວ່າ 2,000 ຄົນ.

ບໍລິສັດ New Forests  ໄດ້ເຂົ້າຖືຮຸ້ນສ່ວນໃຫຍ່ໃນບໍລິສັດ ບົວລະພາ ກະສິກຳ-ປ່າໄມ້, ໂດຍສຸມໃສ່ການຟື້ນຟູປ່າໄມ້ ແລະ ການຜະລິດສິນເຊື່ອກາກບອນ, ເຊິ່ງປະກອບສ່ວນສຳຄັນຕໍ່ການພັດທະນາເສດຖະກິດ ແລະ ການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ.

ນອກຈາກນີ້, ໂຄງການຮ່ວມມືດ້ານພະລັງ ງານແບບຍືນຍົງລາວ-ອົດສະຕຣາລີກໍກຳລັງດຳເນີນການ, ໂດຍໄລຍະທີ 2 ຂອງໂຄງການຈະເລີ່ມຈັດຕັ້ງປະຕິບັດໃນປີ 2026. 


ຂະແໜງການຂຸດຄົ້ນບໍ່ແຮ່ກໍຍັງເປັນຂະແໜງທີ່ມີທ່າແຮງສູງສຳລັບການລົງທຶນຂອງອົດສະຕຣາລີ, ໂດຍມີບໍລິສັດອົດສະຕຣາລີຫຼາຍແຫ່ງມີສ່ວນຮ່ວມໃນການພັດທະນາຂະແໜງການນີ້ມາເປັນເວລາຍາວນານ. ບໍລິສັດໃຫ້ການບໍລິການທົດລອງແຮ່ທາດຂອງອົດສະຕຣາລີ, ເຊິ່ງເປັນບໍລິສັດຊື່ສຽງລະດັບໂລກ, ໄດ້ສະເຫຼີມສະຫຼອງຄົບຮອບ 30 ປີແຫ່ງການດຳເນີນທຸລະກິດໃນລາວ.

ໃນຕອນທ້າຍຂອງການພົບປະ, ທ່ານເອກອັກຄະລັດຖະທູດ ຈອນສ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານຮອງນາຍົກລັດຖະມົນຕີ ທີ່ໄດ້ຮັບການແຕ່ງຕັ້ງເປັນປະທານຄະນະກຳມະການສົ່ງເສີມການລົງທຶນ, ໂດຍເນັ້ນໜັກວ່າ ການເພີ່ມທະວີການຄ້າ ແລະ ການລົງທຶນລະຫວ່າງສອງປະເທດແມ່ນມີທ່າອ່ຽງດີຂຶ້ນຢ່າງຕໍ່ເນື່ອງ.

Related Articles

Leave a Reply