Vientiane Times Lao
 ເຈົ້າໜ້າທີ່ພາສີ​ ປັບໃໝເງິນ 30 ລ້ານກີບ ຄ່າເຄື່ອງສິນຄ້າ ທີ່ດ່ານພາສີສາກົນວັງເຕົ່າ ແມ່ນບໍ່ມີມູນຄວາມຈິງ

 ເຈົ້າໜ້າທີ່ພາສີ​ ປັບໃໝເງິນ 30 ລ້ານກີບ ຄ່າເຄື່ອງສິນຄ້າ ທີ່ດ່ານພາສີສາກົນວັງເຕົ່າ ແມ່ນບໍ່ມີມູນຄວາມຈິງ

ຈາກກະແສຂ່າວທີ່ລົງໃນສື່ອອນລາຍກ່ຽວກັບເຈົ້າໜ້າທີພາສີ​ ປັບໃໝເງິນ 30 ລ້ານກີບ ທີ່ດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ ແຂວງຈໍາປາສັກ ແມ່ນບໍ່ມີມູນຄວາມຈິງ ເປັນການໃສ່ຮ້າຍປ້າຍສີຕໍ່ເຈົ້າໜ້າທີ່ພາສີ, ເຫັນວ່າຜູ້ກ່ຽວໄດ້ໂຄສະນາບິດເບືອນບໍ່ຖືກ ຕ້ອງຕາມຄວາມເປັນຈິງເຊິ່ງຂັດຕໍ່ກົດໝາຍ ແລະ ລະບຽບການ.

ຕໍ່ກັບບັນຫາທີ່ເກີດຂຶ້ນ ເຈົ້າໜ້າທີ່ດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ​ ໄດ້ອອກມາຊີ້ແຈງຕໍ່ສັງຄົມ​ ເມື່ອບໍ່ດົນມານີ້ ວ່າ: ໃນວັນທີ 12 ກໍລະກົດ 2025 ຜ່ານມານີ້ ເຈົ້າໜ້າທີ່ພາສີ  ໄດ້ຮັບແຈ້ງເອກະສານພາຫະນະປະເພດລົດກະບະ, ຍີ່ຫໍ້ໂຕໂຢຕ້າ, ລຸ້ນຣີໂວ, ສີຂາວໝາຍເລກທະບຽນ ກຄ 8849 ຈໍາປາສັກ, ເຈົ້າໜ້າທີ່ພາສີ ປະຈໍາຢູ່ຈຸດຂາເຂົ້າຂອງດ່ານ ໄດ້ກວດກາດ້ານເອກະສານປຶ້ມອະນຸຍາດຍານພາຫະນະ (ພາດສະປໍລົດ) ເຂົ້າ-ອອກຜ່ານດ່ານ, ພ້ອມທັງໄດ້ສອບຖາມຜູ້ກ່ຽວວ່າມີສິນຄ້າ, ເຄື່ອງຂອງຕິດຕົວຫຍັງມາແດ່? ຊຶ່ງຜູ້ກ່ຽວແຈ້ງວ່າ: ມີເຄື່ອງໃຊ້ເລັກນ້ອຍ, ເຈົ້າໜ້າທີ່ພາສີ ຈຶ່ງໄດ້ອະນຸຍາດໃຫ້ເຂົ້າຜ່ານດ່ານ.

ພາຍຫຼັງທີ່ປ່ອຍລົດຄັນດັ່ງກ່າວເຂົ້າໄປແລ້ວ, ສັງເກດເຫັນວ່າ ມີສິນຄ້າ ເຄື່ອງຂອງຈໍານວນໜຶ່ງຢູ່ໃນທ້າຍກະບະລົດ, ເຈົ້າໜ້າທີ່ພາສີປະຈໍາຢູ່ຈຸດອາຄານດ່ານສາກົນວັງເຕົ່າ ຈຶ່ງໄດ້ປະສານກັບເຈົ້າໜ້າທີ່ພາສີປະຈຳຢູ່ຈຸດປະສານງານ (ໃກ້ກັບປ້າຍແຄນ)  ເພື່ອກວດກາຄືນໃໝ່. ຕາມການລາຍງານ, ເມື່ອຮອດຈຸດປະສານງານລົດຄັນດັ່ງກ່າວ ບໍ່ໄດ້ຈອດ, ເຈົ້າໜ້າທີ່ພາສີປະຈໍາຈຸດປະສານງານ ຈຶ່ງໄດ້ຕິດຕາມລົດຄັນດັ່ງກ່າວໃຫ້ຈອດ ແລະ ແນະນໍາໃຫ້ຂຶ້ນໄປພົບເຈົ້າໜ້າທີ່ພາສີ ຢູ່ຈຸດອາຄານດ່ານສາກົນວັງເຕົ່າ ເພື່ອຄິດໄລ່ຄ່າພາສີ-ອາກອນ ແລະ ພັນທະອື່ນໆ ຕາມກົດໝາຍວ່າດ້ວຍພາສີ ແລະ ລະບຽບການກຳນົດໄວ້.

ເມື່ອຜູ້ຂັບຂີ່ພ້ອມພາຫະນະຄັນດັ່ງກ່າວ ກັບມາຮອດເຈົ້າໜ້າທີ່ພາສີປະຈຳຢູ່ຈຸດອາຄານດ່ານສາກົນວັງເຕົ່າ ຈຶ່ງໄດ້ກວດກາຄືນ ແລະ ແນະນໍາໃຫ້ເອົາເອກະສານກ່ຽວກັບການຊື້ສິນຄ້າຈາກຕ່າງປະເທດ ແຈ້ງຕໍ່ເຈົ້າໜ້າທີ່ພາສີຢູ່ຫ້ອງເບີ 01 ເພື່ອຄິດໄລ່ຄ່າພາສີ-ອາກອນຕໍ່ກັບສິນຄ້າຈໍານວນທີ່ໄດ້ຊື້ຕິດຕົວມາກັບລົດ, ເຈົ້າຂອງພາຫະນະ ຈຶ່ງໄດ້ແຈ້ງມູນຄ່າສິນຄ້າມີມູນຄ່າ 18,600 ບາດ (ສະກຸນເງິນໄທ) ເຈົ້າໜ້າທີ່ພາສີຈຶ່ງໄດ້ຄິດໄລ່ຄ່າພາສີ-ອາກອນ ແລະ ພັນທະອື່ນໆ ຜ່ານລະບົບເອເລັກໂຕຣນິກ ແລະ ແຈ້ງໃຫ້ຜູ້ກ່ຽວຮັບຊາບຄ່າພາສີ-ອາກອນທີ່ຈະມອບເຂົ້າງົບປະມານເປັນຈຳນວນເງິນ 3,211,100 ກີບ (ລາຍລະອຽດມີໃບຄິດໄລ່ຕິດຄັດມາພ້ອມ).

ໃນໄລຍະທີ່ເຈົ້າໜ້າທີ່ພາສີແຈ້ງໃຫ້ຜູ້ກ່ຽວຮັບຊາບກໍເປັນຊ່ວງເວລາທີ່ມີຜູ້ຄົນມາລໍແຈ້ງເອກະສານ, ພາຫະນະເຂົ້າ-ອອກຜ່ານດ່ານເປັນຈຳນວນຫຼາຍ ແລະ ມີສຽງບົນແຊວ, ຈຶ່ງເຮັດໃຫ້ຜູ້ກ່ຽວຟັງສຽງຂອງເຈົ້າໜ້າທີ່ພາສີທີ່ບໍ່ຊັດເຈນ ແລະ ເປັນການເຂົ້າໃຈຜິດວ່າແມ່ນ 30 ລ້ານກີບ ຜູ້ກ່ຽວຈຶ່ງໄດ້ກັບຂຶ້ນລົດແລ້ວຂັບຂີ່ລົດກະບະຄັນດັ່ງກ່າວເຂົ້າມາສູ່ນະຄອນປາກເຊ.

ໄລຍະທີ່ຜູ້ກ່ຽວໄດ້ຂັບລົດອອກໄປ​ ກໍໄດ້ອັດຄຣິບສຽງ-ວີດີໂອລົງສື່ Online ຜ່ານທາງ Facebook, TikTok ຊຶ່ງໄດ້ສ້າງຄວາມເຊື່ອມເສຍຕໍ່ເຈົ້າໜ້າທີ່ພາສີ ແລະ ຕໍ່ການຈັດຕັ້ງຂອງດ່ານ, ໂດຍການໂຄສະນາບິດເບືອນຄວາມຈິງ​; ຕໍ່ບັນຫາດັ່ງກ່າວ ການຈັດຕັ້ງພາສີ ໄດ້ສົມທົບກັບເຈົ້າໜ້າທີ່ ປສກ ແຂວງຈຳປາສັກ ແລະ ໄດ້ເຊີນຕົວຜູ້ກ່ຽວເຂົ້າມາຊີ້ແຈງຕໍ່ເຫດການທີ່ເກີດຂຶ້ນ, ຊຶ່ງເຫັນວ່າ​ເປັນການເຂົ້າໃຈຜິດຕໍ່ເຈົ້າໜ້າທີ່ພາສີ, ເພື່ອໃຫ້ເຫດການດັ່ງກ່າວ ເປັນກໍລະນີໃນການສຶກສາກ່ອນທີ່ຈະລົງຂໍ້ມູນໃດໜຶ່ງ.…..ຜ່ານສື່ອອນລາຍນັ້ນ ໃຫ້ທົບທວນກ່ອນ​ ອາດສ້າງຄວາມເສຍຫາຍແກ່ບຸກຄົນ ແລະ ການຈັດຕັ້ງຂັ້ນຕ່າງໆໄດ້, ຕໍ່ກັບເຫດການດັ່ງກ່າວຜູ້ກ່ຽວຈະລຶບຂໍ້ມູນ, ຄຣີບວີດີໂອຕ່າງໆ ທີ່ລົງໃນສື່ອອນລາຍ (Online) ທັງໝົດ.

ເພື່ອເປັນກໍລະນີສຶກສາໃຫ້ຜູ້ໂດຍສານທີ່ເດີນທາງເຂົ້າ-ອອກຜ່ານດ່ານ ໂດຍອີງຕາມກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020 ໃນໝວດທີ 2 ການຍົກເວັ້ນພາສີ, ມາດຕາ 94 (ປັບປຸງ) ການຍົກເວັ້ນພາສີ; ສິນຄ້າ, ເຄື່ອງຂອງນໍາເຂົ້າທີ່ມີມູນຄ່າບໍ່ເກີນ 1,500,00 ກີບໄດ້ຮັບການຍົກເວັ້ນ; ຖ້າສິນຄ້າມູນຄ່າເກີນ 1,500,000 ກີບຈະໄດ້ຄິດໄລ່ຄ່າພາສີ-ອາກອນຕາມລະບຽບການ.

ທີ່ມາ: ກະຊວງການເງິນ

Related Articles

Leave a Reply