ຕອນເຊົ້າວັນທີ 22 ກໍລະກົດນີ້, ການເຄື່ອນໄຫວລາດຕະເວນຮ່ວມເພື່ອບັງຄັບໃຊ້ກົດໝາຍຕາມແມ່ນ້ຳຂອງ ລະຫວ່າງຈີນ, ລາວ, ມຽນມາ ແລະ ໄທ ຄັ້ງທີ 155 ເລີ່ມຕົ້ນຂຶ້ນຢ່າງເປັນທາງການ.
ການເຄື່ອນໄຫວຄັ້ງນີ້ ຈະດຳເນີນການບັງຄັບໃຊ້ກົດໝາຍຮ່ວມຊະນິດຕ່າງໆ ເຊັ່ນ: ກວດສອບຢາເສບຕິດທາງບົກ ແລະ ທາງນ້ຳ, ຝຶກອົບຮົມຮ່ວມກັນ ແລະ ອື່ນໆ ຢູ່ເຂດສຳຄັນຂອງແມ່ນ້ຳຂອງ, ສຸມຄວາມພະຍາຍາມຮ່ວມກັນເພື່ອປາບປາມອາດຊະຍາກຳຂ້າມຊາດທີ່ຜິດກົດໝາຍປະເພດຕ່າງໆ ເຊັ່ນ: ຢາເສບຕິດ, ຫຼອກລວງ, ການຄ້າເຖື່ອນ ແລະ ການເຂົ້າເມືອງຜິດກົດໝາຍເປັນຕົ້ນ.
ການເຄື່ອນໄຫວຄັ້ງນີ້ຈະດຳເນີນເປັນເວລາ 4 ວັນ 3 ຄືນ, ໃນໄລຍະນີ້, ພາກສ່ວນ ບັງຄັບໃຊ້ກົດໝາຍທີ່ກ່ຽວຂ້ອງຂອງຈີນ, ລາວ, ມຽນມາ ແລະ ໄທ ຍັງຈະຈັດກອງປະຊຸມແລກປ່ຽນຂໍ້ມູນຫຼາຍຝ່າຍ ເພື່ອປຶກສາຫາລືຈຸດສຸມໃນການຮ່ວມມືບັງຄັບໃຊ້ກົດໝາຍກ່ຽວກັບສະຖານະການຄວາມໝັ້ນຄົງຕາມລ່ອງແມ່ນ້ຳຂອງໃນຕໍ່ໜ້າ.
ຂ່າວ: CMG FM93