Vientiane Times Lao
ຈົ່ງລະມັດລະວັງ ການໄປ-ມາ ຕາມເສັ້ນທາງແຂວງໄຊສົມບູນ ໄລຍະນີ້

ຈົ່ງລະມັດລະວັງ ການໄປ-ມາ ຕາມເສັ້ນທາງແຂວງໄຊສົມບູນ ໄລຍະນີ້

ເຖິງປະຊາຊົນ ບັນດາເຜົ່າ ຜູ້ຈະສັນຈອນຕາມເສັ້ນທາງແຂວງໄຊສົມບູນ ໃຫ້ມີການລະມັດລະວັງ ເນື່ອງຈາກວ່າ ມີຝົນຕົກມາຫຼາຍມື້ ຕິດຕໍ່ກັນ ເຮັດໃຫ້ເສັ້ນທາງການສັນຈອນ ຂອງແຂວງໄຊສົມບູນ ໄປຫາແຂວງຊຽງຂວາງ, ນະຄອນຫຼວງວຽງຈັນ ແລະ ແຕ່ແຂວງ ໄປຫາບັນດາເມືອງ ມີການເປ່ເພ ດັ່ງນີ້:

ທາງເບີ 2 ອອກທ່າວຽງ ແມ່ນຍັງບໍ່ສາມາດສັນຈອນໄດ້ເທື່ອ ເນື່ອງຈາກມິດີນເຈື່ອນຫຼາຍຈຸດ ບາງຈຸດແມ່ນເຈື່ອນຫຼາຍ ປະຈຸບັນກຳລັງເລັ່ງແກ້ໄຂຢູ່; ທາງ ທົ່ງຮັກ-ທົ່ງຄູນ: ແມ່ນຍັງໄປບໍທັນໄດ້, ມີ 3 ຈຸດ ດິນເຈື່ອນໃຫຍ່ຕັນທາງ, ບໍລິສັດກໍາລັງເອົາລົດ ໄປແກ້ໄຂ, ຈະໄດ້ໃຊ້ເວລາ ເພາະບໍ່ມີລົດແກ່; ທາງ ຜາອໍລໍ-ນໍ້າໂມ້ ໄປມາໄດ້, ແຕ່ລົດໃຫຍ່ອາດບໍ່ສາມາດຂ້າມຂົວນໍ້າໂມ້ໄດ້; ທາງລົງໄປທ່າບົກ ມີດິນເຈື່ອນຢູ່ ກມ 94 ບໍ່ສາມາສັນຈອນໄດ້, ປະຈຸບັນກຳລັງຊອກຫາວິທີແກ້ໄຂ ແລະ ຈະລາຍງານເປັນແຕ່ລະໄລຍະ (ບໍລິສັດ ພູເບ້ຍ ຮັບຜິດຊອບ); ທາງໄປບ້ານອ່າວ – ເມືອງຮົ່ມ – ລົງຊຽງມີ: ສາມາດໄປມາໄດ້ປົກກະຕິ; ທາງວັງນໍ້າຂຽວ-ນໍ້າຊານ; ທາງ 1D ຊ່ວງ ແຕ່ແຂວງລົງຫາເທດສະບານເມືອງທ່າໂທມ ປະຈຸບັນມີດິນເຈື່ອນຖົມທາງ ແລະ ນໍ້າຖ້ວມທາງຫຼາຍຈຸດ ປະຈຸບັນບໍ່ສາມາດສັນຈອນໄດ້, ກຳລັງເລັ່ງແກ້ໄຂ; ທາງ 5A ນໍ້າຍອນ- ລ້ອງແຈ້ງ; ທາງລົງ ຄ້າຍ GMO; ທາງ 5B ແຕ່ ຕະຫຼາດນໍ້າຍອນ ຫາ ຂົວນໍ້າຍອນ.

ທີ່ມາ: ຈົດໝາຍຂ່າວ ໄຊສົມບູນ

Related Articles

Leave a Reply