Vientiane Times Lao
ເຊີນຊວນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມບໍລິຈາກເລືອດ ຕົ້ນເດືອນສິງຫານີ້ ທີ່ສູນການຄ້າລາວ-ໄອເຕັກ

ເຊີນຊວນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມບໍລິຈາກເລືອດ ຕົ້ນເດືອນສິງຫານີ້ ທີ່ສູນການຄ້າລາວ-ໄອເຕັກ

ສູນກາງແນວລາວສ້າງຊາດ ຮ່ວມມືກັບ ກະຊວງສາທາລະນະສຸກ ແລະ ອົງການກາແດງລາວ ຈະຈັດກິດຈະກໍາ ບໍລິຈາກເລືອດ ພາຍໃຕ້ຄໍາຂວັນ: “ໃຫ້ເລືອດ ໃຫ້ຄວາມຫວັງ ສາມັກຄີຮ່ວມພະລັງຊ່ວຍຊີວິດ”, ຂຶ້ນໃນວັນທີ 7 ສິງຫາ 2025 ທີ່ສູນການຄ້າລາວ-ໄອເຕັກ ຕຶກໃໝ່ ຊັ້ນ 5, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025)

ດັ່ງນັ້ນ ຂໍເຊີນຊວນ ພະນັກງານ, ທະຫານ, ຕໍາຫຼວດ ແລະ ມວນຊົນຊາວນະຄອນຫຼວງວຽງຈັນ ຜູ້ທີ່ມີອາຍຸແຕ່ 17 ປີ – 65 ປີ ທີ່ມີສຸຂະພາບແຂງແຮງດີ ເຂົ້າຮ່ວມບໍລິຈາກເລືອດ ໃນຄັ້ງນີ້ດ້ວຍ

ເພາະການບໍລິຈາກ​ເລືອດຊ່ວຍ​ເຫຼືອ​ສັງຄົມ

ແມ່ນການ​ປະກອບສ່ວນນໍ້າ​ໃຈອັນສໍາຄັນ ​​​ເພື່ອ​ໃຊ້​ເຂົ້າ​ໃນ​ການ​ຮັກສາ​ ຄົນ​ເຈັບ​ ​ແລະ

ຜູ້​ຕ້ອງການ​​ເລືອດ ​ເພື່ອ​ຊ່ວຍ​ຊີວິດ​ຂອງ​​ເຂົາ​ເຈົ້າ, ເລືອດແມ່ນມີຄວາມສໍາຄັນຕໍ່ຊີວິດ ຂາດບໍ່ໄດ້ ບໍ່ມີສິ່ງອື່ນໃດທົດແທນໄດ້

ນອກຈາກເລືອດຂອງມະນຸດດ້ວຍກັນທີ່ຈະບໍລິຈາາກໃຫ້ກັນ ແລະ ກັນ, ສະນັ້ນ ຂາດເລືອດກໍຄື ຂາດ ຊີວິດ.

ສໍາລັບປີ 2025 ນີ້, ສະພາແຫ່ງຊາດ ໄດ້ມີມະຕິຕົກລົງຮັບຮອງເອົາແຜນການຄາດໝາຍສູ້ຊົນ ໃນການປຸກລະດົມຮັບບໍລິຈາກເລືອດທົ່ວປະເທດໃຫ້ບັນລຸ 80,400 ຖົງ, ໃນນັ້ນ ສູນກາງຕ້ອງ ໃຫ້ບັນລຸ 34,000 ຖົງ ແລະ ທ້ອງຖິ່ນ ຕ້ອງໃຫ້ບັນລຸ 46,400 ຖົງ ໂດຍແບ່ງຕົວເລກໃຫ້ແຕ່ລະແຂວງ ນຳໄປຈັດຕັ້ງປະຕິບັດ, ໃນປີຕໍ່ໆໄປ ຈະມີການເພີ້ມຂຶ້ນແຕ່ລະປີ ຮອດປີ 2030 ຕ້ອງໃຫ້ບັນລຸ 120,000 ຖົງ ແລະ ການບໍລິຈາກເລືອດແບບສະໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນໃຫ້ກວມເອົາເປັນສ່ວນໃຫຍ່.

Related Articles

Leave a Reply