ພິທີເປີດນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງ ດີຈິຕອນ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດ 2025 ທີ່ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ເລືອງ ຕາມ ກວາງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ, ມີ ທ່ານ ສາສະດາຈານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ກ່າວວ່າ: ພິທີເປີດນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈຳຕົວພົນລະເມືອງດີຈິຕອນ ຢ່າງເປັນທາງການ ຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ຊຶ່ງພວກເຮົາ ຈະໄດ້ນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈຳຕົວພົນລະເມືອງດີຈິຕອນ ຢ່າງເປັນເອກະພາບ ແຕ່ສູນກາງຮອດທ້ອງຖິ່ນ, ເປັນການຈັດຕັ້ງຜັນຂະຫຍາຍໂຄງການມີໝາກມີຜົນຕາມຈິດໃຈຊີ້ນໍາທີ່ປະທານປະເທດ ແຫ່ງ ສປປ ລາວ ແລະ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ພ້ອມກັນກົດປຸ່ມດຳເນີນໂຄງການນີ້ ຢ່າງເປັນທາງການ ໃນວັນທີ 11 ກໍລະກົດ 2024 ໃຫ້ເຂົ້າສູ່ວຽກງານຕົວຈິງ.
ການນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈຳຕົວດີຈິຕອນ ແມ່ນຖືກກັບກາລະໂອກາດ ແລະ ເປັນຄວາມມຸ່ງຫວັງຂອງລັດຖະບານລາວ ທີ່ຢູ່ໃນໄລຍະປະຕິບັດແນວທາງລັດຖະບານດີຈິຕອນ, ເສດຖະກິດດີຈິຕອນ ແລະ ສັງຄົມດີຈິຕອນ ເຂົ້າສູ່ວຽກງານຕົວຈິງ ເພື່ອຂ້າມຜ່ານຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບ ແລະ ສິ່ງກີດຂວາງຕໍ່ການ ພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ, ໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວນີ້ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານຫວຽດນາມ ກໍຄື ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ຊຶ່ງເປັນໂຄງການທີ່ສໍາຄັນ ເພື່ອຊ່ວຍລັດຖະບານລາວ ກໍຄື ກະຊວງປ້ອງກັນຄວາມສະຫງົບລາວ ໃນການຫັນເປັນດີຈິຕອນ ແລະ ຈະນໍາເອົາຜົນປະໂຫຍດສໍາຄັນມາສູ່ປະເທດຂອງພວກເຮົາ.
ບັດປະຈຳຕົວດິຈິຕອນ ມີຄວາມສຳຄັນຫຼາຍກາຍເປັນແຫຼ່ງລວບລວມຂໍ້ມູນທີ່ສຳຄັນທີ່ສະທ້ອນເຖິງເອກະລັກ ແລະ ຊີວະວິທະຍາຂອງແຕ່ລະຄົນ, ບັດປະຈຳຕົວ ບໍ່ໄດ້ເປັນພຽງເອກະສານປະຈຳຕົວ ເພື່ອຢັ້ງຍືນຕົວຕົນແບບທຳມະດາ, ແຕ່ມັນໄດ້ກາຍເປັນແຫຼ່ງລວບລວມຂໍ້ມູນທີ່ສຳຄັນທີ່ສະທ້ອນເຖິງເອກະລັກ ແລະ ຊີວະວິທະຍາຂອງແຕ່ລະຄົນ.
ໃນ ສປປ ລາວ ບັດປະຈຳຕົວປະຊາຊົນ ມີຂໍ້ມູນຊີວະວິທະຍາທີ່ສຳຄັນ ທີ່ໃຊ້ໃນການລະບຸຕົວຕົນພົນລະເມືອງແຕ່ລະຄົນ, ບໍ່ວ່າຈະເປັນຊື່ ແລະ ນາມສະກຸນ ວັນເດືອນປີເກີດ, ລະຫັດບຸກຄົນ ຂໍ້ມູນນີ້ແມ່ນສໍາຄັນສໍາລັບການຢັ້ງຢືນຕົວຕົນໃນສະຖານະການຕ່າງໆ ເຊັ່ນ: ການເຮັດທຸລະກໍາທາງດ້ານການເງິນ, ການເຂົ້າເຖິງການບໍລິການທາງການແພດ (ປະກັນສັງຄົມ) ແລະ ອື່ນໆ ລວມທັງການບັງຄັບໃຊ້ກົດໝາຍຂອງ ສປປ ລາວ.
ຂໍ້ມູນຈາກບັດປະຈໍາຕົວປະຊາຊົນ ຍັງມີປະໂຫຍດຢ່າງຫຼວງຫຼາຍໃນການຄຸ້ມ ຄອງຂໍ້ມູນປະຊາກອນຂອງປະເທດ, ລັດຖະບານສາມາດນໍາໃຊ້ຂໍ້ມູນເຫຼົ່ານີ້ ເພື່ອວິເຄາະ ແລະ ວາງແຜນພັດທະນາໃນດ້ານຕ່າງໆ ເຊັ່ນ: ສາທາລະນະສຸກ, ການສຶກສາ, ເສດຖະກິດ ແລະ ອື່ນໆ ໃຫ້ມີປະສິດທິຜົນຫຼາຍຂຶ້ນ. ໃນດ້ານຄວາມປອດໄພ ແລະ ການບັງຄັບໃຊ້ກົດໝາຍ ຂໍ້ມູນຊີວະວິທະຍາກ່ຽວກັບບັດປະຈຳຕົວປະຊາຊົນມີບົດບາດສຳຄັນໃນການປ້ອງກັນ ການປອມແປງ ແລະ ການນຳໃຊ້ບັດປະຈຳຕົວໄປໃນທາງທີ່ບໍ່ຖືກຕ້ອງ.
ໃນຍຸກທີ່ມີຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ບັດປະຈຳຕົວປະຊາຊົນ ກາຍເປັນແຫຼ່ງຂໍ້ມູນຊີວະວິທະຍາທີ່ສຳຄັນ ສຳລັບການບໍລິການສາທາລະນະສຸກ ໃນອະນາຄົດ, ຖ້າຫາກວ່າມີການເພີ່ມ ຫຼື ປ່ຽນແປງຂໍ້ມູນທາງຊີວະວິທະຍາ ແມ່ນມີຄວາມສຳຄັນຫຼາຍໃນການພັດທະນາ ທາງດ້ານການແພດສ່ວນບຸກຄົນ.
ບັດປະຈຳຕົວປະຊາຊົນແບບດີຈີຕອນ ບໍ່ພຽງແຕ່ເປັນເອກະສານປະຈຳຕົວເທົ່ານັ້ນ, ແຕ່ມັນເປັນສ່ວນໜື່ງທີ່ສະທ້ອນໃຫ້ເຫັນເຖິງຄວາມກ້າວໜ້າທາງດ້ານເຕັກໂນໂລຊີທີທັນສະໄໝ ແລະ ເປັນເຄື່ອງມືທີ່ເຊື່ອມໂຍງກັບພາກລັດ ແລະ ເອກະຊົນ.