ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດງານແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມ-ເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ 2025 ເປັນຄັ້ງທີ 3 (WTT Youth Contender And WTT Feeder Series) ໃນລະຫວ່າງວັນທີ 6-15 ສິງຫາ 2025 ທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫຼວງວຽງຈັນ.
ການແຂ່ງຂັນລາຍການນີ້ ໄດ້ກຳນົດ 2 ປະເພດ ປະກອບມີ: ປະເພດດ່ຽວ ແລະ ຄູ່ປະສົມ ໃນນັ້ນ ປະເພດດ່ຽວຍິງ-ຊາຍ ມີ 5 ຮຸ່ນ ຄື: ຮຸ່ນອາຍຸບໍ່ເກີນ 11 ປີ, 13 ປີ, 15 ປີ, 17 ປີ ແລະ 19 ປີ, ສ່ວນ ປະເພດຄູ່ປະສົມ ມີ 2 ຮຸ່ນ ຄື: ຮຸ່ນອາຍຸບໍ່ເກີນ 15 ປີ ແລະ 19 ປີ ໂດຍມີນັກກິລາຈາກ 26 ປະເທດ ລວມທັງ ສປປ ລາວ ເຈົ້າພາບ ເຂົ້າຮ່ວມຊີງໄຊ.
ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຮອງປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ໄດ້ກ່າວໃນພິທີຖະແຫຼງຂ່າວການກະກຽມການເປັນເຈົ້າພາບການແຂ່ງຂັນລາຍການນີ້ ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ວ່າ: ການໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນປິ່ງປ່ອງເຍົາວະຊົນໂລກ ໃນຄັ້ງນີ້, ກໍເນື່ອງຈາກວ່າສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ໄດ້ປະສົບຜົນສໍາເລັດໃນການເປັນເຈົ້າພາບ ຈັດການແຂ່ງຂັນປິ່ງປ່ອງໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນຫຼາຍຄັ້ງ ຈຶ່ງເປັນທີ່ຍອມຮັບ ແລະ ໄວ້ວາງໃຈ ຈາກສະຫະພັນກິລາປີ່ງປ່ອງອາຊີ ແລະ ສາກົນ.
ພາຍຫຼັງ ໄດ້ຮັບການມອບໝາຍ ແລະ ອະນຸມັດຈາກລັດຖະບານແລ້ວ ພວກເຮົາກໍໄດ້ມີການຂໍອະນຸມັດແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳລວມ ແລະ ຄະນະກຳມະ ການຝ່າຍ ຕ່າງໆ ເພື່ອດຳເນີນການກະກຽມຈັດງານແຂ່ງຂັນ ແລະ ໄດ້ກຳນົດເອົາສູນການຄ້າ ລາວ-ໄອເຕັກມໍ ຊັ້ນ 7 ນະຄອນຫຼວງວຽງຈັນ ເປັນສະຖານທີ່ຈັດການແຂ່ງຂັນ ສືບຕໍ່ເປັນປີທີ 3
ສໍາລັບ ການແຂ່ງຂັນລາຍການ WTT Youth Contender ໄດ້ຈັດຂຶ້ນມາແລ້ວໃນປີ 2023, 2024, ສ່ວນ WTT Feeder Series ແມ່ນຄັ້ງທໍາອິດ, ການຈັດງານໃນຄັ້ງນີ້ ມີຄວາມໝາຍຄວາມສໍາຄັນຫຼາຍ ຍ້ອນເປັນການຮັດແໜ້ນຄວາມສາມັກຄີ ກັບບັນດາປະເທດຕ່າງໆໃນໂລກ ແລະ ເປັນໂອກາດທີ່ດີໃຫ້ແກ່ການພັດທະນາບຸກຄະລາກອນ ທາງດ້ານກິລາ-ກາຍະກຳ ທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວຂອງລາວເຮົາ.