ຈັບຕົວເປົ້າໝາຍແກ້ງສະແກມເມີ 17 ຄົນຢູ່ແຂວງຊຽງຂວາງ

ຈັບຕົວເປົ້າໝາຍແກ້ງສະແກມເມີ 17 ຄົນຢູ່ແຂວງຊຽງຂວາງ

ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ຈັບຕົວເປົ້າໝາຍແກ້ງສະແກມເມີ 17 ຄົນ ເມື່ອມໍ່ໆມານີ້ ຢູ່ທິ່ ບ້ານໂງຍ ເມືອງແປກ ແຂວງຊຽງຂວາງ.

ຜ່ານການກວດກາພົບວ່າກຸ່ມຄົນດັ່ງກ່າວລ້ວນແຕ່ເປັນຄົນຕ່າງປະເທດ ທີ່ລັກລອບເຂົ້າມາເຄື່ອນໄຫວກະທຳຜິດກົດໝາຍຢູ່ ສປປ ລາວ ມີ 3 ສັນຊາດ, ໃນນັ້ນ ສັນຊາດຍີ່ປຸ່ນ 9 ຄົນ (ຍິງ 1 ຄົນ), ໄຕ້ຫວັນ 4 ຄົນ ແລະ ສັນຊາດຈີນ 4 ຄົນ (ຍິງ 1 ຄົນ).

ເຈົ້າໜ້າທີ່ຍັງຢຶດຂອງກາງ ທີ່ເປັນອຸປະກອນຮັບໃຊ້ໃນການກະທໍາຜິດໄດ້ເປັນຈໍານວນຫຼວງຫຼາຍ ເຊິ່ງປະກອບມີ: ຄອມພິວເຕີໂນດບຸກ ຈໍານວນ 3 ໜ່ວຍ, ໄອແພັດ (iPad) 6 ໜ່ວຍ, ຄອມພິວເຕີຕັ້ງໂຕະ 2 ເຄື່ອງ, ໂທລະສັບມືຖື 17 ໜ່ວຍ ພ້ອມທັງເຄື່ອງຂອງອື່ນໆອີກຈໍານວນໜຶ່ງ.

ພ້ອມດຽວກັນນັ້ນ, ເຈົ້າໜ້າທີ່ພະແນກຄຸ້ມຄອງຄົນຕ່າງປະເທດ ຍັງໄດ້ຕິດຕາມກັກຕົວຜູ້ກະທຳຜິດເພີ່ມຕື່ມອີກ 2 ຄົນ ສັນຊາດຈີນ ທີ່ລັກລອບເຂົ້າເມືອງໂດຍຜິດກົດໝາຍ ແລະ ມີພຶດຕິກຳກຽມການຈະເປີດເວັບໄຊພະນັນອອນລາຍ.

ການສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ ແມ່ນເປັນອີກໜຶ່ງໄພຄຸກຄາມ ແລະ ສ້າງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງຮ້າຍແຮງ. ໃນໄລຍະຜ່ານມາ ບັນຫາດັ່ງກ່າວໄດ້ສ້າງຄວາມເສຍຫາຍທາງດ້ານຊັບສິນຢ່າງຫຼວງຫຼາຍແກ່ປະຊາຊົນບັນດາເຜົ່າ ຜູ້ທີ່ຮູ້ເທົ່າບໍ່ເຖິງການ ທີ່ຕົກເປັນເຫຍື່ອຂອງກຸ່ມແກ້ງຄົນບໍ່ດີເຫຼົ່ານີ້.

ຂ່າວ: ປກສ ແຂວງຊຽງຂວາງ

Related Articles

Leave a Reply