ສປປ ລາວ ແລະ ສະຫະລັດອາເມຣິກາ ຫາລືຂະຫຍາຍການຮ່ວມມືດ້ານການສອນພາສາອັງກິດ ແລະ ການສະໜອງອາຫານໃຫ້ເດັກໃນໂຮງຮຽນປະຖົມ, ເພື່ອດຶງດູດນັກຮຽນໃຫ້ເຂົ້າຮຽນຫຼາຍຂຶ້ນ.
ໃນວັນທີ 1 ສິງຫາ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ, ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳລາວ.
ການຢ້ຽມຢາມ ແລະ ພົບປະໃນຄັ້ງນີ້ ເພື່ອປຶກສາຫາລື ແລະ ທົບທວນຄືນການຮ່ວມມື ແລະ ການຊຸກຍູ້ສົ່ງເສີມດ້ານການສຶກສາ, ວິທະຍາສາດ ແລະ ກິລາ ຢູ່ ສປປ ລາວ ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ໂດຍສະເພາະດ້ານການສຶກສາ ແລະ ກິລາ ຂອງ ສປປ ລາວ.
ພ້ອມນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຍັງໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານການພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ, ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທ້າຍກ່ຽວກັບການສຶກສາໃນໄລຍະຜ່ານມາ,
ຊຶ່ງປັດຈຸບັນນີ້ທາງ ກະຊວງສຶກສາທິການ ແລະ ກິລາຂອງ ສປປ ລາວ ແມ່ນຍັງກຳລັງຂຸ້ນຂ້ຽວມີແຜນປັບປຸງພື້ນຖານໂຄງລ່າງ, ປັບປຸງຫຼັກສຸດການສຶກສາ, ແກ້ໄຂບັນຫາການຂາດແຄນຄູ ແລະ ລະບົບຂອງການສຶກສາ ສະພາບແວດລ້ອມໃນໂຮງຮຽນໃຫ້ດີຂຶ້ນກວ່າເກົ່າ ເພື່ອດຶງດູດນັກຮຽນໃຫ້ເຂົ້າຮຽນຫຼາຍຂຶ້ນ.
ທັງສອງຝ່າຍ ກໍໄດ້ຫາລືແລກປ່ຽນຄວາມຄິດເຫັນກ່ຽວກັບວິທີການຂະຫຍາຍການຮ່ວມມືດ້ານການສອນພາສາອັງກິດ, ການສະໜອງອາຫານໃຫ້ແກ່ເດັກນ້ອຍໃນໂຮງຮຽນປະຖົມ, ການສຶກສາລວມ, ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ເພີ່ມທະວີການຮ່ວມມືດ້ານກິລາ ໃຫ້ມີການພັດທະນາ, ທັນສະໄໝກັບຍຸກປັດຈຸບັນຂອງໂລກ ແລະ ສາມາດຫຍັບເຂົ້າໃກ້ກັບສາກົນເທື່ອລະກ້າວ.