Vientiane Times Lao
ເຊຍ! ທີມຊາດລາວ ພົບກັບ ທີມຊາດບັງກະລາເທດ ບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ມື້ນີ້

ເຊຍ! ທີມຊາດລາວ ພົບກັບ ທີມຊາດບັງກະລາເທດ ບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ມື້ນີ້

ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 Women’s Asian Cup™ Thailand 2026 Qualifiers, ຊຶ່ງທີມເຕະບານຍິງ ຊາດລາວ (ເປັນເຈົ້າພາບ) ຈັດການແຂ່ງຂັນຢູ່ໃນກຸ່ມ H ປະກອບມີ: ສ ເກົາຫຼີ, ບັງກະລາເທດ ແລະ ຕີມໍ ເລສເຕ.

ໂດຍນັດທຳອິດ ໃນວັນທີ 6 ສິງຫາ 2025 ເວລາ 19:30  ທີມຊາດລາວ ຈະພົບກັບທີມຊາດບັງກະລາເທດ, ນັດທີສອງ ໃນວັນທີ 8 ສິງຫາ 2025 ເວລາ 19:30  ທີມຊາດລາວ ພົບກັບທີມຊາດ ສ ເກົາຫຼີ ແລະ ນັດທີສາມ ໃນວັນທີ 10 ສິງຫາ 2025 ເວລາ 19:30  ທີມຊາດລາວ ພົບກັບທີມຊາດ ຕີມໍ ເລສເຕ. ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດຫຼັກ16 ຊຶ່ງ ປີ້ເຂົ້າຊົມລາຄາ 10,000 ກີບ ມີຈຳໜ່າຍແລ້ວຢູ່ທີ່ ສະຫະພັນບານເຕະແຫ່ງຊາດລາວ ຫ້ວຍຫົງ ແລະ ສະໜາມກິລາແຫ່ງຊາດ (ຫຼັກ16) ໃນມື້ທີ່ມີການແຂ່ງຂັນ.

ການແຂ່ງຂັນຮອບຄັດເລືອກລາຍການນີ້ ມີທັງໝົດ 33 ທີມເຂົ້າຮ່ວມການແຂ່ງຂັນ ແບ່ງອອກເປັນ 8 ກຸ່ມ ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 2-10 ສິງຫາ 2025 ໂດຍຮູບແບບການແຂ່ງຂັນແມ່ນຄັດເລືອກເອົາອັນດັບ 1 ຂອງ 8 ກຸ່ມ ບວກກັບ ອັບດັບ 2 ທີ່ມີຄະແນນດີທີ່ສຸດ 3 ທີມ ບວກກັບ ໄທ ເຈົ້າພາບ ເຂົ້າຮອບສຸດທ້າຍ ປີ 2026.

ທີ່ມາ: ສຕລ 

Related Articles

Leave a Reply