Vientiane Times Lao
ທຶນການສຶກສາ “Chevening Scholarship” ເປີດໃຫ້ຄົນລາວສະໝັກແລ້ວ ! ເພື່ອໄປສຶກສາຕໍ່ ທີ່ປະເທດອັງກິດ

ທຶນການສຶກສາ “Chevening Scholarship” ເປີດໃຫ້ຄົນລາວສະໝັກແລ້ວ ! ເພື່ອໄປສຶກສາຕໍ່ ທີ່ປະເທດອັງກິດ

ເປີດແລ້ວ! ທຶນການສຶກສາ Chevening Scholarship 2025 ຈາກປະເທດ ອັງກິດ, ເປີດໃຫ້ລົງທະບຽນຕັ້ງແຕ່ ວັນທີ 5 ສິງຫາ ຫາ 7 ຕຸລາ.

Chevening Scholarship ເປັນທຶນເຕັມຂອງລັດຖະບານປະເທດອັງກິດ, ໄດ້ສະເໜີທຶນຮຽນໃນຫຼາຍສາຂາວິຊາ, ໃນລະດັບປະລີນຍາໂທ ແລະ ຜູ້ທີ່ໄດ້ຮັບທຶນຈະໄດ້ໄປສຶກສາຕໍ່ ທີ່ມະຫາວິທະຍາໄລທີ່ມີຊື່ສຽງ ໃນປະເທດອັງກິດ.

ຜູ້ທີ່ສົນໃຈສະໝັກທຶນດັ່ງກ່າວ ສາມາດສອບຖາມລາຍລະອຽດ ແລະ ສະໝັກຜ່ານເວັບໄຊ https://chevening.org.

ນອກຈາກທຶນການສຶກສາຂອງປະເທດອັງກິດ, ຍັງມີຫຼາຍປະເທດໄດ້ເປີດທຶນການສຶກສາ ໃຫ້ນັກສຶກສາລາວສະໝັກເອົາທຶນ ເພື່ອໄປສຶກສາຮໍ່າຮຽນຍົກລະດັບຄວາມຮູ້ຄວາມສາມາດໃນຕ່າງປະເທດ ແລະ ນຳເອົາຄວາມຮູ້ກັບຄືນມາພັດທະນາ ເສດຖະກິດ-ສັງຄົມ ແລະ ພັດທະນາປະເທດຊາດ.

Related Articles

Leave a Reply