ບັນດາເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນໄດ້ເຕົ້າໂຮມກັນ ເພື່ອຫາທາງອອກທີ່ເປັນຮູບປະທຳ. ຜ່ານກອງປະຊຸມ ສໍາມະນາລະດັບສາກົນ ຂອງເຈົ້າໜ້າ ທີ່ອາວຸໂສປ່າໄມ້ ອາຊຽນຄັ້ງທີ 23 ທີ່ແຂວງຫຼວງພະບາງ, ສປປ ລາວ ໃນວັນທີ 6 ສິງຫາ ເພື່ອສົ່ງເສີມການແກ້ໄຂບັນຫາປ່າໄມ້ໂດຍອີງໃສ່ທຳມະຊາດ ເຊິ່ງເປັນກຸນແຈສຳຄັນໃນການປົກປ້ອງຊີວະນາໆພັນ ແລະ ສະໜັບສະໜູນການພັດທະນາແບບຍືນຍົງໃນພາກພື້ນ.
.
ກອງປະຊຸມດັ່ງກ່າວ ຈັດຂຶ້ນພາຍໃຕ້ຫົວຂໍ້: “ການຂະຫຍາຍການຈັດຕັ້ງປະຕິບັດການແກ້ໄຂໂດຍອີງໃສ່ທໍາມະຊາດ (NbS),ວິທີການອີງໃສ່ລະບົບນິເວດ (EbA) ແລະ ກົນໄກການສະໜອງທຶນທີ່ຍືນຍົງສໍາລັບ NbS”, ໂດຍໃຫ້ກຽດກ່າວເປີດກອງປະຊຸມ ສຳມະນາດັ່ງກ່າວ ຂອງ ທ່ານ ສົມຫວັງ ພີມມະວົງ ຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ,ຫົວໜ້າເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ ສປປ ລາວ (SOM-ASOF),
.
ໃນການກ່າວເປີດ, ທ່ານ ສົມຫວັງໄດ້ເນັ້ນຍໍ້າເຖິງຄວາມສໍາຄັນຂອງການປົກປັກຮັກສາປ່າໄມ້ ແລະ ລະບົບນິເວດ, ໂດຍສະເພາະສປປ ລາວ ທີ່ມີພື້ນທີ່ປ່າໄມ້ກວມເຖິງ 70% ແລະ ເປັນໜຶ່ງໃນ 10 ປະເທດທີ່ມີຄວາມອຸດົມສົມບູນດ້ານຊີວະນາໆພັນສູງສຸດຂອງໂລກ.
.
ທ່ານ ສົມຫວັງ ໄດ້ກ່າວວ່າ ປ່າໄມ້ບໍ່ພຽງແຕ່ເປັນຊັບພະຍາກອນທໍາມະຊາດທີ່ລໍ້າຄ່າເທົ່ານັ້ນ ແຕ່ຍັງເປັນເສົາຫຼັກຂອງເສດຖະກິດ ແລະ ສັງຄົມຂອງພວກເຮົາ. ປ່າໄມ້ຊ່ວຍດູດຊຶມຄາບອນ, ຄວບຄຸມປະລິມານນໍ້າເພື່ອຮັບປະກັນຄວາມຍືນຍົງຂອງພະລັງງານນໍ້າຕົກ ແລະ ສະໜັບສະໜູນການດໍາລົງຊີວິດຂອງປະຊາກອນເຖິງ 66%
.
ຜູ້ເຂົ້າຮ່ວມຈາກປະເທດສະມາຊິກອາຊຽນ, ກອງເລຂາທິການອາຊຽນ ແລະ ຄູ່ຮ່ວມພັດທະນາຕ່າງໆ ເຊັ່ນ: IUCN, WWF, CIFOR-ICRAF, FAO, ADB ໄດ້ຮ່ວມແລກປ່ຽນປະສົບການກ່ຽວກັບການນໍາໃຊ້ NbS ແລະ ການສະໜອງທຶນທີ່ຍືນຍົງໃນຂະແໜງປ່າໄມ້. ນີ້ເປັນໂອກາດສໍາຄັນໃນການຊອກຫາວິທີແກ້ໄຂບັນຫາທີ່ທ້າທາຍຕ່າງໆ ເຊັ່ນ: ການທໍາລາຍປ່າໄມ້ ແລະ ການຕັດໄມ້ທໍາລາຍປ່າຜິດກົດໝາຍ.
.
ທ່ານ ສົມຫວັງ ພີມມະວົງ ໄດ້ກ່າວຕື່ມວ່າ: “ສປປ ລາວ ໄດ້ສົ່ງເສີມກົນໄກການຈ່າຍເງິນຕອບແທນບໍລິການສິ່ງແວດລ້ອມປ່າໄມ້ (PfES) ເພື່ອເປັນເຄື່ອງມືທີ່ມີທ່າແຮງໃນການສົ່ງເສີມການອະນຸລັກ ແລະ ຊ່ວຍເຫຼືອຊຸມຊົນທ້ອງຖິ່ນ. ນອກຈາກນີ້, ການທ່ອງທ່ຽວແບບຍືນຍົງກໍເປັນທາງເລືອກທີ່ດີໃນການສ້າງລາຍຮັບພ້ອມກັບການຮັກສາມໍລະດົກທໍາມະຊາດ”.
.
ກອງປະຊຸມໄດ້ເນັ້ນຍໍ້າເຖິງຄວາມຈໍາເປັນໃນການສ້າງຄູ່ຮ່ວມມືລະຫວ່າງພາກລັດ, ພາກເອກະຊົນ ແລະ ຄູ່ຮ່ວມພັດທະນາ ເພື່ອດຶງດູດການລົງທຶນ ແລະ ຍົກລະດັບຄວາມຮູ້ໃຫ້ສາມາດຈັດຕັ້ງປະຕິບັດແຜນງານຕ່າງໆ ໄດ້ຢ່າງມີປະສິດທິຜົນ.