Vientiane Times Lao
ຜູ້ຊົມໃຊ້ນ້ຳປະປາ ເຂດເມືອງຈັນທະບູລີ ໃຫ້ກຽມກັກເກັບນ້ຳໄວ້ໃຊ້ 

ຜູ້ຊົມໃຊ້ນ້ຳປະປາ ເຂດເມືອງຈັນທະບູລີ ໃຫ້ກຽມກັກເກັບນ້ຳໄວ້ໃຊ້ 

ບັນດາຜູ້ຊົມໃຊ້ນ້ຳປະປາ ໃຫ້ກະກຽມກັກເກັບນ້ຳໄວ້ຊົມໃຊ້ໃຫ້ພຽງພໍ ຢູ່ຂອບເຂດພື້ນທີ່ ທີ່ຢູ່ໃກ້ຄຽງ ຂອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ: ບ້ານໂພນສະອາດ, ບ້ານສີບຸນເຮືອງ, ບ້ານໜອງບອນ, ບ້ານໂພນໄຊ ແລະ ບ້ານ ອື່ນໆ.

ເນື່ອງຈາກ ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຈະໄດ້ປິດນ້ຳຊົ່ວຄາວ ເພື່ອສ້ອມແປງຕັດທໍ່ນໍ້າປະປາ ເກົ່າ ຂະໜາດ DIP DN200 ໃສ່ທໍ່ນໍ້າປະປາ ໃໝ່ ຂະໜາດ HDPE DN110 ເພື່ອເພີ່ມແຮງດັນນໍ້າ ຢູ່ບ້ານໂພນສະອາດເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນວັນທີ 8 ສິງຫາ 2025 ເລີ່ມແຕ່ 9:00ໂມງ ຫາ 16: 00ໂມງ ຊຶ່ງໄລຍະການສ້ອມແປງດັ່ງກ່າວ ຈະສົ່ງຜົນໃຫ້ມີນ້ຳອອກຄ່ອຍ ຫາ ບໍ່ມີນ້ຳ.

Related Articles

Leave a Reply