ອີງຕາມແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນ ສາຂາຮາບິນ ໃຫ້ຮູ້ວ່າ: ນັບແຕ່ຕົ້ນປີນີ້ມາ, ຊ່ອງທາງຕາເວັນອອກ ຂອງຂະບວນລົດໄຟດ່ວນຈີນ-ເອີຣົບ ໄດ້ແລ່ນລົດ ລວມທັງໝົດຫຼາຍກວ່າ 3.000 ຂະບວນ, ຂົນສົ່ງສິນຄ້າປະເພດຕ່າງໆຫຼາຍກວ່າ 300.000 ຕູ້ມາດຕະຖານ, ກວມເອົາ 26,6% ຂອງຍອດປະລິມານການຂົນສົ່ງໃນທົ່ວປະເທດຈີນ, ໃນນີ້ ຈຳນວນຂະບວນລົດໄຟ ຖ້ຽວຂາກັບ ໄດ້ກວມ 33,1% ຂອງທົ່ວປະເທດຈີນ.
ຊ່ອງທາງຕາເວັນອອກ ຂອງຂະບວນລົດໄຟດ່ວນຈີນ-ເອີຣົບ ປະກອບດ້ວຍດ່ານທາງລົດໄຟ ໝານໂຈ່ວຫຼີ, ສຸຍເຟີນເຫີ ແລະ ຖົງຈ່ຽງ, ເສັ້ນທາງລົດໄຟ ໄດ້ເພີ່ມຂຶ້ນເປັນ 27 ສາຍ ທີ່ສາມາດເຂົ້າເຖິງ 14 ປະເທດ ເຊັ່ນ: ໂປໂລຍ, ເຢຍລະມັນ ແລະ ໂຮນລັງ ເປັນຕົ້ນ, ພ້ອມທັງ ເຊື່ອມຕໍ່ກັບ 60 ກວ່າຕົວເມືອງພາຍໃນປະເທດຈີນ ເຊັ່ນ: ນະຄອນສາງຊ່າ, ນະຄອນເຈີ້ງໂຈ່ວ, ນະຄອນເສີງຕູ່ ແລະ ນະຄອນຊູໂຈ່ວ ເປັນຕົ້ນ.
ຂ່າວ: CMG FM93