Vientiane Times Lao
ເຊັນບົດບັນທຶກໂຄງການກະສິກໍາເຊື່ອມສານ ເພື່ອປັບປຸງວຽກງານໂພຊະນາການ ທີ່ແຂວງຄໍາມ່ວນ

ເຊັນບົດບັນທຶກໂຄງການກະສິກໍາເຊື່ອມສານ ເພື່ອປັບປຸງວຽກງານໂພຊະນາການ ທີ່ແຂວງຄໍາມ່ວນ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ແລະ ກອງປະຊຸມລິເລີ້ມໂຄງການກະສິກໍາເຊື່ອມສານເພື່ອປັບປຸງວຽກງານດ້ານໂພຊະນາການ ທີ່ເມືອງມະຫາໄຊ ແລະ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ໄລຍະທີ 2, ໃນນັ້ນ ເມືອງມະຫາໄຊ ຈໍານວນ 13 ບ້ານເປົ້າໝາຍ  ງົບປະມານໂຄງການ 840,000 ໂດລາສະຫະລັດ; ເມືອງເຊບັ້ງໄຟ ຈໍານວນ 13 ບ້ານເປົ້າໝາຍ ງົບປະມານໂຄງການ 157,000 ໂດລາສະຫະລັດ ຊຶ່ງໄລຍະເວລາປະຕິບັດໂຄງການ ແມ່ນເລີ່ມແຕ່ມື້ອະນຸມັດຈົນເຖິງວັນທີ 30 ກັນຍາ 2028, ຜູ້ໃຫ້ທຶນແມ່ນ ອົງການສຸພະນິມິດ ແຫ່ງປະເທດ ອົດສະຕຣາລີ (World Vision Australia) 

ພິທີເຊັນບົດບັນທຶກໂຄງການດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 7 ສິງຫາ 2025 ທີ່ແຂວງຄໍາມ່ວນ ລະຫວ່າງ ນາງ ອີແດລໄວສ໌ ຊີລານ (Ms. Edelweiss Silan) ຜູ້ອໍານວຍການ ອົງການສຸພະນິມິດສາກົນ ປະຈໍາ ສປປ ລາວ (World Vision International) ແລະ ທ່ານ ນາງ ດາລຸນນີ ໄຊຍະບຸດ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນ, ໂດຍການເຂົ້າຮ່ວມຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງໂຄງການ ແມ່ນເພື່ອປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ( 2021- 2025) ໂດຍເລັ່ງໃສ່ຢຸດຕິຄວາມອຶດຫິວ, ບັນລຸຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ປັບປຸງໂພຊະນາການ ແລະ ສົ່ງເສີມກະສິກໍາແບບຍືນຍົງ, ລວມທັງແຜນງານແຫ່ງຊາດດ້ານການປັບປຸງວຽກງານໂພຊະນາການໃນຂົງເຂດວຽກງານຂອງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໂດຍສະເພາະການຜະລິດສະບຽງອາຫານທີ່ມີສານອາຫານໃນການບໍລິໂພກໃນລະດັບຄົວເຮືອນ.

ໂຄງການນີ້ແມ່ນປະກອບມີ 4 ກິດຈະກໍາຫຼັກຄື : ວຽກງານປັບປຸງສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ , ວຽກງານສົ່ງເສີມການຜະລິດກະສິກໍາ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ , ວຽກງານນໍ້າ ແລະ ສຸຂາອະນາໄມ , ສ້າງຄວາມເຂັ້ມແຂງໃນດ້ານການປະສານງານຫຼາຍຂະແໜງການ ເພື່ອສະໜັບສະໜູນການເບິ່ງແຍງດູແລເດັກກ່ອນໄວຮຽນ ແລະ ການສ້າງຄວາມສໍາພັນສາມັກຄີໃນຄອບຄົວ ແລະ ຊຸມຊົນ.

ຂ່າວ: ແດງສະຫວັດ

Related Articles

Leave a Reply