ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ແນະນຳໃຫ້ຄະນະພັກ - ຄະນະຄຸ້ມຄອງດ່ານສາກົນໜອງນົກຂຽນ ສືບຕໍ່ເພີ່ມທະວີການສຶກສາອົບຮົມ, ການນໍາພາດ້ານການເມືອງ - ແນວຄິດ ເຮັດແບບມີຈຸດສຸມ ແລະ ມີລະດັບຄາດໝາຍ, ສະມາຊິກພັກ–ພະນັກງານ ຕ້ອງມີສະຕິເຄົາລົບ ແລະ ປະຕິບັດຕາມກົດລະບຽບກົດໝາຍ, ເປັນເຈົ້າຕົນເອງ, ມີລະບຽບວິໄນເຄັ່ງຄັດ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທໍາລາຍຂອງສັດຕູ.
ທ່ານເຈົ້າເຂວງ ໄດ້ໂອ້ລົມ ແລະ ພົບປະ ການນຳ ແລະ ພະນັກງານ ຂອງດ່ານ ໃນວັນພຸດທີ່ຜ່ານມາ ໃນໄລຍະ ທ່ານເຈົ້າແຂວງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມ ແລະ ຊຸກຍູ້ບັນດາໂຄງການ ການລົງທຶນຢູ່ເມືອງໂຂງ ເຊັ່ນວ່າ: ຢ້ຽມຢາມໂຮງງານປາສະຫວາຍ ແລະ ຢ້ຽມຢາມຈຸດພັດທະນາການທ່ອງທ່ຽວຄອນພະເພັງ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດ ກໍ່ຄືການດໍາເນີນກິດຈະການ ໃຫ້ຖືກຕ້ອງສອດຄ່ອງກັບ ລະບຽບກົດໝາຍ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ກໍຄືແຂວງຈໍາປາສັກ, ຈາກນັ້ນກໍ່ໄດ້ ຢ້ຽມຢາມດ່ານດັ່ງກ່າວ.
ໂອກາດນີ້, ທ່ານ ພັນໂທ ບຸນມີ ພອນມະນີ ຕາງໜ້າຄະນະຄຸ້ມຄອງດ່ານສາກົນໜອງນົກຂຽນ ໄດ້ລາຍງານ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ໃນ 6 ເດືອນຕົ້ນປີ 2025 ໂດຍຍົກໃຫ້ເຫັນຈຸດພິເສດທີ່ຕັ້ງ, ໂຄງປະກອບການຈັດຕັ້ງຂອງດ່ານ, ວຽກງານກວດກາຄົນເຂົ້າ - ອອກເມືອງ, ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ວຽກງານຮ່ວມມືກັບຕ່າງປະເທດ. ສໍາລັບວຽກງານຂະແໜງພາສີ, ໃນ 6 ເດືອນຕົ້ນປີ ສາມາດຈັດເກັບລາຍຮັບເຂົ້າງົບປະມານ ໄດ້ 4,460 ລ້ານກວ່າກີບ, ທຽບໃສ່ແຜນການປີ (10 ຕື້ກີບ) ປະຕິບັດໄດ້ 44.60%. ຄຽງຄູ່ກັບຜົນງານດ້ານດີທີ່ກ່າວມານັ້ນ ກໍ່ຍັງມີຂໍ້ຫຍຸ້ງຍາກບາງດ້ານ ທີ່ຢາກໃຫ້ການຈັດຕັ້ງຂັ້ນເທິງຄົ້ນຄວ້າແກ້ໄຂ ເປັນຕົ້ນແມ່ນພື້ນຖານໂຄງລ່າງ, ອຸປະກອນຮັບໃຊ້ ແລະ ສິ່ງເອື້ອອໍານວຍແກ່ການຈັດຕັ້ງປະຕິບັດວຽກງານຂອງຄະນະຄຸ້ມຄອງດ່ານ ຍັງບໍ່ທັນພຽງພໍ, ສິ່ງທີ່ມີແລ້ວ ກໍ່ບໍ່ທັນສະໄໝ ແລະ ມີຂໍ້ຈໍາກັດຫຼາຍຢ່າງ.
ທ່ານ ອາລຸນໄຊ ຍັງໄດ້ແນະນຳໃຫ້ ຄະນະຄຸ້ມຄອງດ່ານ ຈັດຕັ້ງການຝຶກອົບຮົມດ້ານວິຊາການ, ແບບແຜນວິທີເຮັດວຽກໃຫ້ພະນັກງານວິຊາການພາຍໃນດ່ານ, ເອົາໃຈໃສ່ການພົວພັນປະສານງານກັບດ່ານສາກົນຕ່າງໆ ແລະ ຄະນະພັກ - ຄະນະກໍາມະການປົກຄອງທ້ອງຖິ່ນ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານມີຄວາມສະດວກສະບາຍ, ຍົກລະດັບການຄຸ້ມຄອງ ແລະ ພັດທະນາດ່ານ ພ້ອມດ້ວຍສິ່ງເອື້ອອໍານວຍຄວາມສະດວກ, ສົມທົບ ລະຫວ່າງ ດ່ານ ກັບ ພະແນກການກົມກອງທີ່ກ່ຽວຂ້ອງ ໃນການເກັບກໍາຂໍ້ມູນການນໍາເຂົ້າ - ສົ່ງອອກສິນຄ້າ ເພື່ອຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າພາຍໃນ ເພື່ອສົ່ງອອກ, ການພັດທະນາດ້ານການທ່ອງທ່ຽວ, ການຫັນເປັນທັນສະໄໝ ແລະ ຄຸ້ມຄອງສິນຄ້ານໍາເຂົ້າ - ສົ່ງອອກ, ສິນຄ້າຜ່ານແດນ ໃຫ້ມີຄວາມປອດໄພ ເພື່ອເຮັດໃຫ້ຊາຍແດນ ເປັນຊາຍແດນທີ່ມີຄວາມສະຫງົບ, ເປັນຊາຍແດນມິດຕະພາບ ແລະ ເປັນຊາຍແດນແຫ່ງການພັດທະນາ.
* ຂ່າວ-ພາບ: ທູນທອງໃຈ *