ມື້ນີ້, ສປປ ລາວ ພວກເຮົາ ໄດ້ຮ່ວມກັນສະເຫຼີມສະຫຼອງ ວັນສ້າງຕັ້ງສະມາຄົມບັນດາປະຊາຊາດອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ ຄົບຮອບ 58 ປີ (8 ສິງຫາ 1967-8 ສິງຫາ 2025) ແລະ ວັນຄົບຮອບ 28 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກຂອງອົງການດັ່ງກ່າວ (23 ກໍລະກົດ 1997-23 ກໍລະກົດ 2025) ດ້ວຍບັນຍາກາດແຫ່ງມິດຕະພາບ ທີ່ມີມາເເຕ່ຍາວນານໃນອາຊຽນ.
ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ກ່າວບາງຕອນສໍາຄັນ ໃນໂອກາດສະເຫຼີມສະຫຼອງວັນ ດັ່ງກ່າວວ່າ: ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1967, ອາຊຽນ ທີ່ເປັນອົງການຈັດຕັ້ງພາກພື້ນລະຫວ່າງລັດຖະບານ ທີ່ມີຄວາມຫຼາກຫຼາຍ, ໄດ້ຂະຫຍາຍສະມາຊິກເປັນ 10 ປະເທດ ໃນປະຈຸບັນ ແລະ ຄາດວ່າຈະໄດ້ຕ້ອນຮັບເອົາ ຕີມໍແລັດສະເຕ ເຂົ້າເປັນສະມາ ຊິກສົມບູນຂອງອາຊຽນ ໃນເດືອນຕຸລາ 2025 ນີ້.
ຕະຫຼອດໄລຍະ 58 ປີ ຜ່ານມາ, ອາຊຽນ ໄດ້ສະແດງໃຫ້ເຫັນຄວາມເຂັ້ມແຂງໃນການຮັບມືກັບສິ່ງທ້າທາຍຕ່າງໆ ແລະ ໄດ້ປັບຕົວເພື່ອການຂະຫຍາຍຕົວ ໂດຍສອດຄ່ອງກັບສະພາບການຂອງພາກພື້ນ ແລະ ສາກົນ ທີ່ມີການປ່ຽນແປງໄປແຕ່ລະໄລຍະ ໂດຍຄໍານຶງເຖິງຄວາມຫຼາກຫຼາຍທາງດ້ານວັດທະນະທໍາ, ສາສະໜາ, ພາສາ, ລະບົບການເມືອງ ແລະ ລະດັບການພັດທະນາດ້ານເສດ