ກະຊວງສຶກສາທິການ ແລະ ກິລາ ປຶກສາຫາລືກັບ ຄະນະຜູ້ແທນຈາກລັດຖະບານຣັດເຊຍ ເພື່ອສືບຕໍ່ເພີ່ມທະວີການຮ່ວມມື ໃນຂົງເຂດວຽກງານການສຶກສາ, ໂດຍສະເພາະໂຄງການກໍ່ສ້າງໂຮງຮຽນສາມັນສຶກສາ ລາວ-ຣັດເຊຍ.
ໂຄງການກໍ່ສ້າງໂຮງຮຽນສາມັນສຶກສາ ລາວ-ຣັດເຊຍ ຈະຖືກສ້າງຂື້ນໃນພື້ນທີ່ຂອງວິທະຍາໄລເຕັກນິກສັບພະວິຊາ, ນະຄອນຫຼວງວຽງຈັນ, ໂດຍມີແຜນຮອງຮັບນັກຮຽນໄດ້ຈຳນວນ 1.200 ຄົນ ໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ.
ເມື່ອບໍ່ດົນມານີ້, ທ່ານ ກິ່ງມະໂນ ພົມມະຫາໄຊ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງ ທ່ານ ອາເລັກຊານເດີ ຣັດກົບ, ຫົວໜ້າສູນວິທະຍາສາດ ແລະ ວັດທະນະທໍາຣັດເຊຍ ປະຈຳ ສປປ ລາວ, ພ້ອມດ້ວຍຄະນະ.
ທັງສອງຝ່າຍເຫັນດີຮ່ວມກັນຈະຈັດພິທີວາງສີລາລືກ ການປຸກສ້າງອາຄານໂຮງຮຽນ ພາຍໃນເດືອນຕຸລາ 2025 ນີ້. ນອກຈາກການກໍ່ສ້າງອາຄານຮຽນ, ໂຄງການຍັງຈະສ້າງຫໍພັກສຳລັບນັກຮຽນຕ່າງແຂວງ ແລະ ຄູສອນຄົນຣັດເຊຍ, ສະລອຍນໍ້າ ແລະ ສະໜາມກິລາ.
ພ້ອມດຽວກັນນັ້ນ, ຣັດເຊຍໄດ້ສະເໜີເອົາພາສາຣັດເຊຍ ເຂົ້າໄປສອນໃນໂຮງຮຽນມັດທະຍົມສຶກສາ 3 ແຫ່ງ ແລະ ຈັດຫຼັກສູດການສິດສອນພາສາຣັດເຊຍ ໃຫ້ບັນດາຜູ້ນຳທ່ຽວ ໃນແຂວງຫຼວງພະບາງ, ເພື່ອເປັນການກຽມພ້ອມຕ້ອນຮັບນັກທ່ອງທ່ຽວຄົນຣັດເຊຍ ທີ່ມາທ່ຽວຊົມແຂວງຫຼວງພະບາງ.