ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມແຕ່ງຕັ້ງຄະນະຮັບຜິດຊອບປັບປຸງ ແລະ ສ້ອມແປງສະໜາມກິລາ, ພ້ອມທັງປຶກສາຫາລືເພື່ອລະດົມທຶນ ສຳລັບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນ ເກມ 2025.
ຮສ.ປອ ທອງສະລິດ ມັງໜໍ່ເມກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ, ໃຫ້ກຽດເປັນປະທານຊີ້ນຳ ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ເພື່ອກຽມຈັດງານມະຫາກໍາກິລາແຫ່ງຊາດ ເຊິ່ງໄດ້ຈັດຂື້ນໃນ ວັນທີ 4 ສິງຫາ.
ໂອກາດນີ້, ທ່ານ ປອ ອາດສະພັງທອງ ສີພັນດອນ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້ນ ເປັນຄັ້ງທີ 3, ເພື່ອກຽມຄວາມພ້ອມຂອງທຸກພາກສ່ວນໃຫ້ເປັນໄປຕາມແຜນການຄາດໝາຍທີ່ໄດ້ກໍານົດໄວ້.
ສະນັ້ນ, ນັບແຕ່ນີ້ໄປຫາມື້ຈັດງານຍັງເຫຼືອພຽງແຕ່ 3 ເດືອນປາຍ ເທົ່ານັ້ນ ເປັນສິ່ງທ້າທາຍຫຼາຍສຳລັບການຈັດງານ.
ໃນນີ້ຈະມີທັງງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ແລະ ງານມະຫາກໍາກິລາແຫ່ງຊາດຄົນພິການ ຄັ້ງທີ IV.
ທ່ານປະທານຍັງໄດ້ເນັ້ນໃຫ້ກຳມະການຝ່າຍຕ່າງໆໄດ້ກະກຽມ ແຜນດຳເນີນງານຂອງຕົນ ໂດຍສະເພາະແມ່ນຄະນະຮັບຜິດຊອບປັບປຸງ ແລະ ສ້ອມແປງສະໜາມ, ກຳມະການເສດຖະກິດ ແລະ ລະດົມທຶນ, ກຳມະການພິທີການເປີດ-ປິດ, ກໍາມະການກອງເລຂາທີ່ ເປັນຜູ້ສັງລວມ ແລະ ຊຸກຍູ້ກຳມະການຝ່າຍຕ່າງໆ.
ໄປຄຽງຄູ່ກັນ, ໄດ້ຊີ້ນຳຄະນະຮັບຜິດຊອບກຽມພ້ອມດ້ານສະຖານທີ່ຈັດການແຂ່ງຂັນ, ພິທີການເປີດ-ປິດ, ນິຕິກຳດ້ານງົບປະມານ, ຄຳຂວັນ, ໂລໂກ້, ສັນຍາລັກ ສັດນຳໂຊກ ແລະ ວຽກງານດ້ານເຕັກນິກຕ່າງໆ.
ພ້ອມກັນນັ້ນ, ໄດ້ກຽມພ້ອມທີ່ພັກສຳລັບຂະບວນນັກກິລາ, ແລະ ຄົ້ນຄວ້າຊອກຫາວິທີທາງໃນການປະຕິບັດວຽກງານດັ່ງກ່າວໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.