Vientiane Times Lao
 ທີມຊາດລາວ ຢູ່ກຸ່ມ B ບານເຕະຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ

 ທີມຊາດລາວ ຢູ່ກຸ່ມ B ບານເຕະຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ

ການແຂ່ງຂັນບານເຕະຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ AFC U17 ASIAN CUP 2026 QUALIFIERS ຊຶ່ງມີທັງຫມົດ 38 ທີມແບ່ງອອກເປັນ 7 ກຸ່ມ ໂດຍທີມຊາດລາວ ຖືກຈັດຢູ່ຮ່ວມກຸ່ມ B ປະກອບມີ: ກີກິສຖານ (ເຈົ້າພາບ), ເຢເມນ, ກຳປູເຈຍ, ກວມ ແລະ ປາກິສຖານ.

ການແຂ່ງຂັນຮອບຄັດເລືອກລາຍການນີ້ ຈະຈັດຂຶ້ນໃນລະຫວ່າງ 22-30 ພະຈິກ 2025, ຮູບແບບການຄັດເລືອກ ແມ່ນເອົາອັນດັບ 1 ຈຳນວນ 7 ກຸ່ມ ຜ່ານເຂົ້າຮອບສຸດທ້າຍ ທີ່ປະເທດຊາອຸດິ ອາຣັບເບຍ, ຮ່ວມກັບ 9 ທີມທີ່ຜ່ານເຂົ້າຮອບສຸດທ້າຍການແຂ່ງຂັນບານໂລກ ຮຸ່ນອາຍຸບໍ່ເກີນ 17 ປີ FIFA U-17 WORLD CUP QATAR 2025.

ທີ່ມາ: ສຕລ

Related Articles

Leave a Reply