ທ່ານ ເຫຼັກໄຫຼ ສີວິໄລ, ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະ ໄດ້ລົງຕິດຕາມ ແລະ ໃຫ້ທິດຊີ້ນໍາໃຫ້ໂຄງການປັບປຸງ ແລະ ສ້ອມແປງ ເສັ້ນທາງ 2W ຢູ່ແຂວງອຸດົມໄຊ, ເຊິ່ງມີຄວາມຍາວທັງໝົດ 136 ກີໂລແມັດ ໃຫ້ສໍາເລັດຕາມແຜນການ ເພື່ອອໍານວຍຄວາມສະດວກໃນການຄົມມະນາຄົມຂົນສົ່ງ.
ໃນວັນທີ 9 ສິງຫາ 2025, ທ່ານ ເຫຼັກໄຫຼ ສີວິໄລ ໄດ້ໃຫ້ທິດຊີ້ນໍາໃຫ້ໂຄງການ ເປັນຕົ້ນແມ່ນໃຫ້ໂຄງການເນັ້ນໜັກກ່ຽວກັບຄວາມປອດໄພທາງຫຼວງ, ຕ້ອງໄດ້ມີແຈ້ງການ, ຕິດປ້າຍແນະນໍາເພີ່ມເຕີມ ເພື່ອໃຫ້ຜູ້ໃຊ້ລົດໃຊ້ຖະໜົນໄດ້ເຂົ້າໃຈ ແລະ ປະຕິບັດຕາມກົດລະບຽບ.
ໃນການລົງຢ້ຽມຢາມໄດ້ມີການກວດກາຄວບຄຸມ ຄຸນນະພາບ ວັດສະດຸ ອຸປະກອນສໍາລັບການກໍ່ສ້າງ, ແລະ ຜູ້ຮັບເໝົາຕ້ອງໄດ້ຮັກສາໄລຍະເວລາທີ່ກໍານົດ, ເພື່ອເຮັດໃຫ້ໂຄງການສໍາເລັດຕາມແຜນ.
ທ່ານ ພູວິໃສ ວົງໄຊ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງ ເສັ້ນທາງ 2W ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ: ສໍາລັບທາງ 2W ເລີ່ມແຕ່ເມືອງໄຊ-ເມືອງປາກແບງ ແຂວງອຸດົມໄຊ ມີຄວາມຍາວທັງໝົດ 136 ກີໂລແມັດ, ອອກແບບມາດຕະຖານທາງອາຊຽນຊັ້ນ 3, ເປັນໜ້າທາງປູອັດສະຟານໜາ 8 ຊັງຕີແມັດ, ໜ້າທາງກວ້າງ 7-10 ແມັດ (ຄອງລົດແລ່ນກວ້າງ 6 ແມັດ), ປະກອບມີຂົວຈໍານວນ 16 ແຫ່ງ, ແລະ ການກໍ່ສ້າງແມ່ນໄດ້ແບ່ງອອກເປັນ 3 ສັນຍາດັ່ງນີ້:
– ສັນຍາທີ 1 ແມ່ນມີລວງຍາວ 68.4 ກມ, ມີມູນຄ່າ ສັນຍາ 30 ລ້ານໂດລາສະຫະລັດ, ປັດຈຸບັນຄວາມຄືບໜ້າ ສັນຍາທີ 1 ແມ່ນປະຕິບັດໄດ້ 4.8%.
– ສັນຍາທີ 2, ເສັ້ນທາງຄວາມຍາວທັງໝົດແມ່ນ 52.6 ກມ, ປັດຈຸບັນເລີ່ມກໍ່ສ້າງ ແລະ ຜະລິດທໍ່, ປັບຊັ້ນເຊື້ອທາງ ຈົນຮອດຊັ້ນພື້ນທາງ ແລະ ມີຄວາມຄືບໜ້າ 2.05%.
– ສັນຍາທີ 3 ເລີ່ມແຕ່ ກມ 121 ຫາ 136 ປັດຈຸບັນ ກໍາລັງຢູ່ໃນຂັ້ນຕອນປະມູນ.