ຄະນະກຳມະການປົກຄອງ ເມືອງ ກາສີ, ແຂວງວຽງຈັນ ໄດ້ມອບລົດຖີບ ແລະ ອຸປະກອນການສຶກສາໃຫ້ ເດັກນັກຮຽນ ໃນ 17 ໂຮງຮຽນ ຢູ່ ເມືອງ ກາສີ, ຈຸດປະສົງເພື່ອຊ່ວຍເຫຼືອໃຫ້ເດັກນັກຮຽນທີ່ທຸກຍາກ ໄດ້ມີລົດຖີບນຳໃຊ້ເພື່ອຂີ່ມາໂຮງຮຽນ, ພ້ອມທັງເປັນການຊຸກຍູ້ໃຫ້ນັກຮຽນມາໂຮງຮຽນຫຼາຍຂື້ນ.
ສຳລັບລົດຖີບທີ່ນຳມາມອບມີທັງໝົດ 170 ຄັນ, ມີໝວກກັນກະທົບ 170 ອັນ ມອບໃຫ້ແກ່ນ້ອງນັກຮຽນ 170 ຄົນ, ລວມມູນຄ່າ ທັງໝົດ 178ລ້ານ ກີບ.
ເຊີ່ງອຸປະກອນທັງໝົດແມ່ນໄດ້ຮັບການຊ່ວຍເຫຼືອ ແລະ ສະໜັບສະໜູນ ຈາກ ສະມາຄົມແມ່ຍິງ ແກມຣີ (Gam-ri) ປະເທດເກົາຫຼີໃຕ້.
ພິທີມອບ-ຮັບລົດຖີບ ຈັດຂື້ນໃນວັນທີ 8 ສີງຫາ 2025, ໃຫ້ກຽດຂຶ້ນກ່າວມອບໂດຍ ທ່ານ ນາງ ລີຈັງສຸກ ຫົວໜ້າ ສະມາຄົມແມ່ຍິງ ແກມຣີ (Gam-ri), ປະເທດເກົາຫຼີໃຕ້.
ໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນດີ ວົງພະຈັນ, ປະທານຄະນະກຳມະການປົກຄອງ ເມືອງ ກາສີ.
ທ່ານ ວັນດີ ວົງພະຈັນ ໄດ້ຕາງໜ້າໃຫ້ການນຳ ເມືອງ ກາສີ ແລະ ນັກຮຽນ ກ່າວສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງອົງການໂກຣໂບວິເຊີນ ແລະ ທີມງານສະມາຄົມ ແກມຣີ (Gam-ri) ຈາກປະເທດ ເກົາຫຼີໃຕ້, ທີ່ໄດ້ມີນໍ້າໃຈມາຊ່ວຍເຫຼືອມອບລົດຖີບແກ່ນັກຮຽນ ແລະ ເຫັນໄດ້ຄວາມສໍາຄັນຕໍ່ກັບການພັດທະນາດ້ານການສຶກສາ ຢູ່ ເມືອງ ກາສີ ຕະຫຼອດມາ, ໂດຍສະເພາະດ້ານການພັດທະນາພື້ນຖານໂຄງລ່າງ ແລະ ຊ່ວຍເຫຼືອອຸປະກອນການສຶກສາຢູ່ໃນໂຮງຮຽນເປົ້າໝາຍ.