ມີຫຼາຍພາກສ່ວນຈາກສື່ມວນຊົນ ໄດ້ນໍາເອົາຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍ ເຂົ້າຮ່ວມງານວາງສະແດງສິນຄ້າ ແລະ ຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ເປັນຕົ້ນ: ກົມສື່ມວນຊົນ, ວິທະຍຸແຫ່ງຊາດ, ໂທລະພາບແຫ່ງຊາດ, ຂ່າວສານປະເທດລາວ, ໜັງສືພິມປະຊາຊົນ, ໜັງສືພິມວຽງຈັນທາຍ, ໜັງສືພິມກອງທັບ, ໂທລະພາບ MV Lao, ໂທລະພາບຫວຽດນາມ, ວິທະຍຸສາກົນຈີນ CMG ແລະ ອື່ນໆ ອີກ.
ພິທີເປີດງານວາງສະແດງຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 11 ສິງຫາ 2025 ທີ່ຫໍວັດທະນະທຳແຫ່ງຊາດ, ຈັດໂດຍຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມອະດີດການນຳພັກ-ລັດ, ຫົວໜ້າກົມ-ຮອງກົມ, ຕາງໜ້າອົງການຈັດຕັ້ງສາກົນ ພ້ອມບັນດາສື່ມວນຊົນທຸກຂະແໜງເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ວັນສີ ກົວມົວ ກ່າວວ່າ: ງານວາງສະແດງຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄັ້ງນີ້ ບໍ່ພຽງແຕ່ເປັນສັນຍາລັກແຫ່ງ ຄວາມສໍາເລັດ, ແຕ່ຍັງເປັນການສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຂອງ ຂະແໜງການຂອງພວກເຮົາ.
ຕະຫຼອດ 75 ປີທີ່ຜ່ານມາ, ຂະແໜງສື່ມວນຊົນ ແລະ ການພິມຈຳໜ່າຍລາວ ໄດ້ຜ່ານຜ່າ ເສັ້ນທາງແຫ່ງການພັດທະນາອັນຍາວນານ, ກ້າວຈາກຍຸກແຫ່ງການພິມດັ້ງເດີມ ສູ່ຍຸກດິຈິຕອນ ທີ່ທັນສະໄໝ. ວຽກງານຂອງພວກເຮົາ ບໍ່ໄດ້ເປັນພຽງແຕ່ການນໍາສະເໜີຂໍ້ມູນຂ່າວສານ, ແຕ່ຍັງເປັນ “ພາຫະນະ” ທີ່ສໍາຄັນ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ, ການສຶກສາ, ພ້ອມ ທັງເປັນກະບອກສຽງທີ່ສ້າງຄວາມສາມັກຄີປອງດອງພາຍໃນຊາດ.
ຜະລິດຕະພັນ ທີ່ນໍາມາວາງສະແດງ ໃນຄັ້ງນີ້ ຄືບົດພິສູດທີ່ສະແດງໃຫ້ເຫັນເຖິງຄວາມຄິດສ້າງສັນ, ຄວາມມຸ່ງໝັ້ນ ແລະ ການ ເຕີບໂຕທີ່ບໍ່ຢຸດຢັ້ງຂອງບັນດາຜູ້ປະກອບການ ແລະ ນັກສື່ມວນຊົນຂອງພວກເຮົາ.