ສູນການຮຽນຮູ້ ເພື່ອການພັດທະນາກະສິກໍາແບບຍືນຍົງ ຕາມແນວທາງເສດຖະກິດພໍພຽງ ໄດ້ຖືກເປີດຂຶ້ນຢ່າງເປັນທາງການ ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງ ບໍ່ແກ້ວ, ຊຶ່ງສູນດັ່ງກ່າວຈະກາຍເປັນແຫຼ່ງຮຽນຮູ້ໃຫ້ແກ່ນັກຮຽນ-ນັກສຶກສາ ພາຍໃນ ແຂວງ ບໍ່ແກ້ວ ແລະ ແຂວງທີ່ໃກ້ຄຽງ.
ໂຄງການສ້າງສູນການຮຽນຮູ້ ເພື່ອການພັດທະນາກະສິກໍາແບບຍືນຍົງ ເປັນໂຄງການໜຶ່ງທີ່ໄດ້ຮັບທຶນສະໜັບສະໜູນຈາກ ລັດຖະບານໄທ ພາຍໃຕ້ໂຄງ ການຮ່ວມມືດ້ານວິຊາການ ລາວ-ໄທ (TICA).

ໂດຍມີຈຸດປະສົງເພື່ອສ້າງສູນຮຽນຮູ້ ໃຫ້ເປັນແຫຼ່ງຮຽນຮູ້ດ້ານ ການກະສິກໍາແບບປະສົມສານ ທີ່ມີຄວາມພ້ອມສໍາລັບການໃຫ້ບໍລິການວິຊາຊີບ, ການຝຶກອົບຮົມ, ການທັດສະນະສຶກສາ ລວມທັງການຈັດການຮຽນການສອນດ້ານການກະສິກໍາສະອາດ ເພື່ອໃຫ້ເກີດຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ດ້ານເສດຖະກິດຂອງຊຸມຊົນ, ທັງເປັນແຫຼ່ງຮຽນຮູ້ໃຫ້ແກ່ນັກຮຽນ-ນັກສຶກສາ ພາຍໃນ ແຂວງບໍ່ແກ້ວ ແລະ ແຂວງທີ່ໃກ້ຄຽງ.
ພິທີມອບ-ຮັບ ສູນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 7 ສິງຫາ 2025, ເປັນກຽດມອບໂດຍ ທ່ານ ຈຸລາວັດ ນະຣິນທະຣາງກູນ ນະອາຍຸດທະຍາ ອະທິບໍດີກົມຄວາມຮ່ວມມືລະຫວ່າງປະເທດ ອົງການ TICA ແລະ ກ່າວຮັບ ໂດຍ ທ່ານ ປອ ສໍາລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ,
ໂອກາດນີ້, ທ່ານ ປອ ສໍາລານ ພັນຄະວົງ ກ່າວວ່າ: ໂຄງການສ້າງສູນຮຽນ ຮູ້ໄດ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ເດືອນ ມີນາ 2022 ເປັນຕົ້ນມາ ແລະ ໄດ້ຮັບຜົນສຳເລັດດັ່ງພິທີມອບ-ຮັບ ແລະ ເປີດນຳໃຊ້ເປັນທາງການ ໃນວັນທີ 7 ສິງຫາ.
ສະນັ້ນ, ໃນນາມກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຂໍຕາງໜ້າ ກ່າວຮັບເອົາຜົນສໍາເລັດໂຄງການສ້າງສູນການຮຽນຮູ້ ເພື່ອການພັດທະນາກະສິກໍາແບບຢືນຍົງນີ້ ແລະ ພ້ອມໃຫ້ຄໍາໝັ້ນສັນຍາວ່າ ຈະນໍາພາ-ຊີ້ນໍາໃນການຈັດຕັ້ງປະຕິບັດສູນຮຽນຮູ້ແຫ່ງນີ້ ໃຫ້ເກີດຜົນປະໂຫຍດສູງສຸດ ແກ່ນັກຮຽນ-ນັກສຶກສາ ແລະ ຊຸມຊົນ ຕາມຈຸດປະສົງຫຼັກຂອງໂຄງການທີ່ວາງໄວ້.
ພ້ອມທັງຈະຊຸກຍູ້ສົ່ງເສີມສູນຮຽນຮູ້ ໃຫ້ເປັນສະຖານການສຶກສາຕົວແບບທາງດ້ານກະສິກໍາທີ່ຍືນຍົງ ໃຫ້ກັບບັນດາສະຖານອາຊີວະສຶກສາເຄືອຂ່າຍ ໃນບັນດາແຂວງພາກເໜືອ ໃນຕໍ່ໜ້າ.