Vientiane Times Lao
ນາຍົກ ເນັ້ນໃຫ້ສື່ມວນຊົນສ້າງຕົນເອງໃຫ້ເປັນເວທີແຫ່ງການໂຄສະນາປຸກລະດົມນໍ້າໃຈຮັກຊາດ ສ່ອງແສງສະພາບຄວາມເປັນຈິງຂອງຊີວິດສັງຄົມຢ່າງກວ້າງຂວາງ

ນາຍົກ ເນັ້ນໃຫ້ສື່ມວນຊົນສ້າງຕົນເອງໃຫ້ເປັນເວທີແຫ່ງການໂຄສະນາປຸກລະດົມນໍ້າໃຈຮັກຊາດ ສ່ອງແສງສະພາບຄວາມເປັນຈິງຂອງຊີວິດສັງຄົມຢ່າງກວ້າງຂວາງ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ກ່າວໃນພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ທີ່ຈັດຂຶ້ນໃນວັນທີ 12 ສິງຫາ 2025 ທີ່ຫໍວັດທະນະທຳແຫ່ງຊາດ ວ່າ: ສື່ມວນຊົນ ຕ້ອງສືບຕໍ່ເຮັດໃຫ້ທ້ອງຖິ່ນໄດ້ຮັບຮູ້ຂໍ້ມູນຂ່າວສານຢ່າງຄົບຖ້ວນ, ທັນການ, ເອົາໃຈໃສ່ ບຸກບືນສ້າງຕົນເອງໃຫ້ເປັນເວທີແຫ່ງການໂຄສະນາປຸກລະດົມນໍ້າໃຈຮັກຊາດ, ສະໜອງຂໍ້ມູນຂ່າວສານທາງດ້ານການເມືອງເສດຖະກິດ-ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທິງ ໃຫ້ມີເນື້ອໃນທີ່ອຸດົມສົມບູນຫຼາຍຮູບ, ຫຼາຍສີ ແລະ ມີຂໍ້ມູນທີ່ໜັກແໜ້ນໃນການສ່ອງແສງສະພາບຄວາມເປັນຈິງຂອງຊີວິດສັງຄົມຢ່າງກວ້າງຂວາງ ໂດຍສະເພາະ ຢູ່ຮາກຖານເຂດຫ່າງໄກສອກຫຼີກ.

ພ້ອມກັນນັ້ນ ທ່ານ ສອນໄຊ ສີພັນດອນ ຍັງໄດ້ເນັ້ນໃຫ້ສື່ມວນຊົນເອົາໃຈໃສ່ຫຼາຍວຽກງານສໍາຄັນ ເປັນຕົ້ນ: ຕ້ອງໄດ້ເພີ່ມທະວີວຽກງານໂຄສະນາ, ເຜີຍແຜ່ສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ, ທະຫານ, ຕໍາຫຼວດ, ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ໄດ້ຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ ກໍຄືສະພາບຜັນແປຂອງໂລກ ແລະ ພາກພື້ນໃຫ້ທັນການ, ແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈທີ່ເປັນເອກະພາບສູງພາຍໃນຊາດ, ສ້າງກ້ອນກຳລັງແຮງຄວາມສາມັກຄີພາຍໃນພັກ, ພາຍໃນຊາດ ໃຫ້ມີຄວາມແໜ້ນແຟ້ນ, ໜັກແໜ້ນ ແລະ ເດີນຕາມອຸດົມການຂອງພັກວາງອອກ, ພ້ອມນັ້ນ ວຽກງານຖະແຫຼງຂ່າວ ພາຍຫຼັງທີ່ໂອນກົງຈັກການຈັດຕັ້ງ ແລະ ບຸກຄະລາກອນທັງໝົດ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກແລ້ວ ຕ້ອງສືບຕໍ່ ແລະ ຮີບຮ້ອນປັບປຸງກົງຈັກການຈັດຕັ້ງ, ສັບຊ້ອນ ພະນັກງານ, ໃຫ້ເປັນລະບົບ ແລະ ສືບຕໍ່ປະຕິບັດພາລະບົດບາດຂອງຕົນໃຫ້ມີການຫັນປ່ຽນໄປສູ່ຄຸນນະພາບໃໝ່, ສ້າງການບຸກທະລຸໃນວຽກງານຖະແຫຼງຂ່າວສື່ມວນຊົນ; ຍົກສູງບົດບາດຂອງໂທລະພາບແຫ່ງຊາດ, ວິທະຍຸ, ໜັງສືພິມ ແລະ ຂ່າວສານຕ່າງໆ, ປັບປຸງເນື້ອໃນຂ່າວ, ສາລະບັນເທິງໃຫ້ອຸດົມສົມບູນ, ມີຊີວິດຊີວາ, ທັນການ, ທັນສະໄໝ, ທັນສະພາບການ; ເພີ່ມກໍາລັງແຮງຂອງສະຖານີວິທະຍຸກະຈາກສຽງໃນແຕ່ລະແຫ່ງ ໃຫ້ເປັນກະບອກສຽງສໍາຄັນໃນການນໍາສະເໜີຂ່າວສານ, ລາຍການໂຄສະນາ, ຜັນຂະຫຍາຍມະຕິ, ຄໍາສັ່ງ ແລະ ແນວທາງນະໂຍບາຍຂອງ ພັກ-ລັດ ໄດ້ຢ່າງຕໍ່ເນື່ອງ ແລະ ເລິກເຊິ່ງ; ສ້າງລະບົບການຄຸ້ມຄອງສື່ມວນຊົນ ໃຫ້ເຂັ້ມແຂງ ສາມາດປະຕິບັດບົດບາດເປັນເສນາທິການໃຫ້ ພັກ-ລັດ; ຕັ້ງໜ້າຫັນປ່ຽນໃນການນໍາສະເໜີຂ່າວ ທາງການຂອງສໍານັກຂ່າວສານປະເທດລາວ ໃຫ້ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກມະຫາຊົນ, ສ້າງສື່ສິ່ງພິມ ພາສາເຜົ່າ, ທ້ອງຖິ່ນ ແລະ ຕ່າງປະເທດ ທີ່ຮັບປະກັນດ້ານເນື້ອໃນ, ຮູບການໃຫ້ມີຊີວິດຊີວາ, ສື່ມວນຊົນ ຕ້ອງຮັບປະກັນ 4 ລັກສະນະຕົ້ນຕໍ ຄື: ລັກສະນະຕໍ່ສູ້, ລັກສະນະສຶກສາອົບຮົມ, ລັກສະນະຈັດຕັ້ງນໍາພາ-ຊີ້ນຳມະຫາຊົນ ແລະ ລັກສະນະຕົວຈິງ ເພື່ອໃຫ້ສື່ມວນຊົນ ສາມາດດໍາລົງບົດບາດ ໃນການເສີມສ້າງຄວາມສາມັກຄີ ປອງດອງປວງຊົນທັງຊາດ ໃນການໂຄສະນາ, ປຸກລະດົມ, ຊຸກຍູ້ການພັດທະນາ ສ້າງສາເສດຖະກິດ-ສັງຄົມຂອງປະເທດເຮົາ, ຊຸກຍູ້, ປຸກລະດົມ ທົ່ວປວງຊົນ ເຮັດໜ້າທີ່ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ໂຄສະນາດຶງດູດ ເອົາການຮ່ວມມື, ການຊ່ວຍເຫຼືອ ແລະ ການລົງທຶນຈາກຕ່າງປະເທດ ຕະຫຼອດຮອດການຕໍ່ສູ້ຕ້ານກັບບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ພ້ອມທັງໃຫ້ເລັ່ງປັບປຸງຂະຫຍາຍວຽກງານສື່ມວນຊົນທາງດ້ານປະລິມານ ແລະ ຄຸນນະພາບ ໃຫ້ມີຄວາມທັນສະໄໝວ່ອງໄວ ພ້ອມກັນນັ້ນ ຕ້ອງຖືສໍາຄັນ ໃນການສົ່ງໜັງສືພິມໃຫ້ລົງຮອດທ້ອງຖິ່ນໃນທຸກເມືອງ, ທຸກໜ່ວຍງານ ຂອງພັກ-ລັດ ໃຫ້ວ່ອງໄວທັນການ ແລະ ຫັນເປັນດີຈິຕອນ (ຜ່ານທາງອອນລາຍ); ລົງທຶນສ້າງ ໂຮງພິມ ຢູ່ແຂວງທີ່ເປັນຈຸດສຸມຕື່ມ ຢ່າງໜ້ອຍໃຫ້ມີໂຮງພິມປະຈຳພາກ ເພື່ອຮັບປະກັນນໍາເອົາສື່ສິ່ງພິມລົງສູ່ຮາກຖານຢ່າງກວ້າງຂວາງ, ວ່ອງໄວກວ່າເກົ່າ ແລະ ຫັນເປັນເອເລັກໂຕຣນິກ (ແບບອອນລາຍ); ປັບປຸງ ພື້ນຖານ ວັດຖຸ-ເຕັກນິກການພິມຈຳໜ່າຍໃຫ້ທັນສະໄໝຍິ່ງຂຶ້ນ.

ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນຕື່ມອີກວ່າ: ສື່ມວນຊົນ ຕ້ອງເອົາໃຈໃສ່ເຊື່ອມຊຶມບັນດາມະຕິ, ຄໍາສັ່ງ ຂອງພັກ ແລະ ລະບຽບກົດໝາຍ ຂອງລັດວາງອອກແຕ່ລະໄລຍະໃຫ້ເລິກເຊິ່ງ ເພື່ອປະຕິບັດໜ້າທີ່ໃນການຕອບຕ້ານປະກົດການຫຍໍ້ທໍ້ໃນສັງຄົມ, ຖ້ອຍທໍານອງທີ່ບິດເບືອນຄວາມເປັນຈິງຂອງພວກກຸ່ມຄົນບໍ່ດີ, ເປັນຂົວຕໍ່ລະຫວ່າງພັກ-ລັດ ກັບປະຊາຊົນ, ເປັນເວທີເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າປະເທດຊາດ ຂອງປະຊາຊົນບັນດາເຜົ່າ; ປັບປຸງພື້ນຖານໂຄງລ່າງ, ສ້າງ ແລະ ປັບປຸງນິຕິກຳໃນຂົງເຂດສື່ມວນຊົນໃຫ້ກາຍເປັນຂໍ້ກຳນົດ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງຂໍ້ມູນຂ່າວສານ ເພື່ອຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ປັບປຸງວຽກງານຂ່າວສານທາງດ້ານອິນເຕີເນັດ ຢ່າງເປັນລະບົບຄົບຊຸດ ແຕ່ສູນກາງລົງຮອດທ້ອງຖິ່ນ ໂດຍການປະກອບອຸປະກອນເຕັກນິກທີ່ທັນສະໄໝໃນການຮັບສົ່ງຂ່າວສານທີ່ສະດວກ, ວ່ອງໄວ ແລະ ໜ້າເຊື່ອຖື ພ້ອມທັງປັບປຸງກົນໄກການຄຸ້ມຄອງ ແລະ ວິທີດຳເນີນງານຂອງບັນດາອົງການສື່ມວນຊົນ ໃຫ້ມີປະສິດທິຜົນ; ປັບປຸງບັນດາເນື້ອໃນຂ່າວ-ບົດ ໃນໜ້າໜັງສືພິມ, ລາຍການວິທະຍຸ, ໂທລະພາບ, ສືບຕໍ່ບຳລຸງກໍ່ສ້າງພະນັກງານ ບັນນາທິການ, ນັກຂ່າວ, ພະນັກງານເຕັກນິກໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງ ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ທີ່ນັບມື້ຂະຫຍາຍຕົວ.

ໃນໂອກາດເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍບັນດາການນໍາ ຍັງໄດ້ຢ້ຽມຊົມ ບັນດາຫ້ອງວາງສະແດງຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍ ຈາກບັນດາຂະແໜງການສື່ມວນຊົນລາວ ໄດ້ນຳເອົາຜົນງານ ແລະ ຜະລິດຕະພັນຂອງຕົນເອງ ມາວາງສະແດງ.

Related Articles

Leave a Reply