Vientiane Times Lao
ຊາຍໜຸ່ມຂ້າຄົນຮັບສົ່ງຄົນເຂົ້າອອກເຂດເສດຖະກິດພິເສດສາມຫຼ່ຽມຄຳຍ້ອນບໍ່ໄປປຸ້ນຄໍານໍາ

ຊາຍໜຸ່ມຂ້າຄົນຮັບສົ່ງຄົນເຂົ້າອອກເຂດເສດຖະກິດພິເສດສາມຫຼ່ຽມຄຳຍ້ອນບໍ່ໄປປຸ້ນຄໍານໍາ

ທ້າວ ພູວັນ ອາຍຸ 22 ປີ ອາຊີບວ່າງງານ ຢູ່ບ້ານ ສະແນນ ເມືອງຊຳເໜືອ ແຂວງຫົວພັນໄດ້ຄາດຕະກໍາຊາຍຄົນໜຶ່ງບໍ່ຮູ້ຊື່ຢູ່ໃນກຸ່ມບໍລິການຮັບສົ່ງຄົນເຂົ້າ-ອອກເຂດເສດຖະກິດພິເສດສາມຫຼ່ຽມຄຳຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍ້ອນວ່າທ້າວ ພູວັນໄດ້ຊວນຜູ້ກ່ຽວໄປປຸ້ນຄໍາແຕ່ຜູ້ເສຍຊີວິດບໍ່ເຮັດນໍາ.

ເຈົ້າໜ້າທີ່ກ່າວໃຫ້ຮູ້ວ່າ: ຜ່ານການສອບສວນໃນເບື້ອງຕົ້ນ ທ້າວ ພູວັນ ຜູ້ຖືກຫາສາລະພາບວ່າ: ໃນວັນທີ 15 ມິຖຸນາ 2025 ເວລາ 15 ໂມງ, ໄດ້ເດີນທາງຈາກນະຄອນຫຼວງວຽງຈັນມາ ແຂວງ ບໍ່ແກ້ວ ຈຸດປະສົ່ງແມ່ນມາຊອກເຮັດວຽກຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລ້ວມາພັກເຊົາຢູ່ເຮືອນພັກແຫ່ງໜຶ່ງ ຢູ່ບ້ານ ພຽງງາມ ເມືອງ ຕົ້ນເຜິ້ງແຂວງບໍ່ແກ້ວ. ວັນທີ 17 ມິຖຸນາ 2025 ໄດ້ເຂົ້າໄປສະໝັກເຮັດວຽກຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳແຕ່ບໍ່ຜ່ານ ແລ້ວໄດ້ຕິດຕໍ່ໂທຫາຜູ້ຊາຍຄົນໜຶ່ງບໍ່ຮູ້ຊື່ (ຜູ້ເສຍຊີວິດ) ຢູ່ໃນກຸ່ມບໍລິການຮັບສົ່ງຄົນເຂົ້າອອກເຂດເສດຖະກິດພິເສດສາມຫຼ່ຽມຄຳ; ຕໍ່ມາໃນວັນທີ 24 ມີຖຸນາ 2025 ຜູ້ຖືກຫາໄດ້ໂທຫາຜູ້ຊາຍຮັບສົ່ງຄົນເຂົ້າອອກເຂດເສດຖະກິດພິເສດສາມຫຼ່ຽມຄຳອີກໃຫ້ມາຮັບຢູ່ເຮືອນພັກແຫ່ງໜຶ່ງ ຢູ່ເຂດບ້ານໃຫຍ່ຕົ້ນເຜິ້ງ, ຫຼັງຈາກນັ້ນ, ຜູ້ຊາຍຄົນນັ້ນກໍໄດ້ຂັບຂີ່ລົດຈັກມາຮັບແລ້ວພາກັນຂັບຂີ່ລົດຈັກຊ້ອນກັນລົງໄປທາງເມືອງຫ້ວຍຊາຍ, ພໍໄປຮອດເຂດທົ່ງນາແຄມບ້ານສີດອນແຍງ ເມືອງຕົ້ນເຜິ້ງ ຜູ້ກ່ຽວໄດ້ບອກໃຫ້ຜູ້ເສຍຊີວິດ ຈອດລົດແລ້ວເຂົ້າໄປພັກຜ່ອນ ພ້ອມທັງໄດ້ຊັກຊວນກໍ່ເຫດປຸ້ນຮ້ານຂາຍຄໍາ ແຕ່ຊາຍຄົນດັ່ງກ່າວປະຕິເສດ ແລະ ຍັງຈະປະຖິ້ມຜູ້ກ່ຽວຢູ່ຈຸດດັ່ງກ່າວ ຈຶ່ງເກີດມີປາກສຽງກັນ, ຜູ້ກ່ຽວຈຶ່ງໄດ້ລົງມືທຳຮ້າຍຮ່າງກາຍຊາຍຄົນດັ່ງກ່າວໂດຍໃຊ້ຄ້ອນຕີທີ່ກະກຽມມາຕີໃສ່ບໍລິເວນຫົວຫຼາຍບາດຈົນເຮັດໃຫ້ຊາຍຄົນດັ່ງກ່າວເສຍຊີວິດຄາທີ່ ແລ້ວຍູ້ສົບຂອງຜູ້ເສຍຊີວິດລົງຮ່ອງນໍ້າ ແລະ ຫັກກິ້ງໄມ້ປົກໄວ້;  ຫຼັງຈາກນັ້ນຜູ້ກ່ຽວກໍໄດ້ເອົາລົດຈັກ ຂອງຜູ້ເສຍຊີວິດ ຂັບຂີ່ກັບມາເມືອງຕົ້ນເຜິ້ງ ແລ້ວເອົາໂທລະສັບຂອງຜູ້ເສຍຊີວິດໄປຖິ້ມລົງແມ່ນໍ້າຂອງເຂດບ້ານສີທາດ ແລ້ວຂັບຂີ່ລົດຈັກຂຶ້ນມາເມືອງຕົ້ນເຜິ້ງເພື່ອຊອກປຸ້ນຮ້ານຄຳ, ພໍມາຮອດເຂດ ບ້ານ ດອນມູນ ເມືອງ ຕົ້ນເຜິ້ງ ຈຶ່ງເຫັນຮ້ານຂາຍຄໍາແຫ່ງໜຶ່ງ ສັງເກດຮ້ານຂາຍຄໍາ ມີຜູ້ຍິງໜຶ່ງຄົນນັ່ງຢູ່ໃນ ຈື່ງໃຊ້ໝວກກັນກະທົບປິດບັງໃບໜ້າຍ່າງເຂົ້າໄປໃນຮ້ານຂາຍຄຳແລ້ວຈັບເອົາຄ້ອນຕີທີ່ໄດ້ກະກຽມມາທຸບຕູ້ແກ້ວທີ່ວາງຂາຍຄຳ ແລ້ວຈັບເອົາຄໍາຮູບ ປະພັນປະເພດສາຍແຂນ ແລະ ສາຍຄໍທີ່ຢູ່ໃນຕູ້ແກ້ວມາໃສ່ຖົງຢາງບໍ່ຮູ້ວ່າມີນໍ້າໜັກທັງໝົດຈັກບາດ; ຈາກນັ້ນກໍໄດ້ຂັບຂີ່ລົດຈັກອອກໄປທາງສະໜາມບິນແຕ່ມີຜູ້ເສຍຫາຍຂັບຂີ່ລົດນຳຜູ້ກ່ຽວຈຶ່ງໄດ້ຈອດລົດຈັກຖິ້ມປະໄວ້ແລ້ວແລ່ນຕໍ່ໄປແຕ່ແລ່ນບໍ່ໄຫວຈຶ່ງຖືກເຈົ້າຂອງຮ້ານຂາຍຄໍານໍາຈັບຕົວ.

ເຈົ້າໜ້າທິ້ ປກສ ແຂວງ ບໍ່ແກ້ວ ໄດ້ນໍາຕົວທ້າວ ພູວັນມາທົດສະກໍາຄືນຄະດີຄາດຕະກໍາ ແລະ ປຸ້ນຊັບ ເມື່ອມໍ່ໆມານີ້ ເພື່ອປະກອບສໍານວນຄະດີ.

ແຫຼ່ງຂໍ້ມູນຂ່າວ: ປກສ ແຂວງບໍ່ແກ້ວ.

Related Articles

Leave a Reply