ໃນວັນທີ 19 ສິງຫາ 2025 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ, ໄດ້ມີກອງປະຊຸມການກຳນົດລາຍການແຂ່ງຂັນ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໂດຍໃຫ້ກຽດເປັນປະທານຂອງທ່ານ ສີຈັນ ຈິດຕະປັນຍາ ຫົວໜ່າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຕາງໜ້າສະຫະພັນກິລາແຫ່ງຊາດລາວ ເຂົ້າຮ່ວມ.
ໃນກອງປະຊຸມດັ່ງກ່າວ ແມ່ນໄດ້ມີການລາຍງານ ແລະ ກຳນົດເອົາ 33 ປະເພດກິລາ ປະກອບມີ: ລອຍນ້ຳ, ແລ່ນ-ລານ, ບານບ້ວງ, ຍິງທະນູ, ໜ້າເກັກ, ໝາກຂ່າງ, ບານສົ່ງໃນຮົ່ມ-ຫາດຊາຍ, ບານເຕະຍິງ-ຊາຍ-ຟຸດຊໍ, ມວຍສາກົນ, ມວຍລາວ, ດອກປີກໄກ່, ຢູໂດ, ຄາຣາເຕໂດ, ເທຄວັນໂດ, ປັນຈັກສີລັດ, ມວຍປ້ຳ, ເປຕັງ, ກະຕໍ້, ປິ່ງປ່ອງ, ລົດຖີບ, ສະໜຸກເກີ, ໝາກເສິກ, ຍິງປືນ, ໝາກແລ້, ເພາະກາຍ, ຍົກນ້ຳໜັກ ແລະ ອື່ນໆ ຊຶ່ງງານກິລານີ້ ຈະຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025 ນີ້.
ໃນໄລະຍະຜ່ານມາ, ນະຄອນຫຼວງວຽງຈັນ ເປັນເຈົ້າພາບງານມະຫະກຳກິລາແຫ່ງຊາດ 2 ຄັ້ງແລ້ວ ເຊັ່ນ: ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ I ໃນປີ 1985 ແລະ ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ VI ໃນປີ 2000.
ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ປີ 2022 ຜ່ານມາ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ, ນະຄອນຫຼວງວຽງຈັນ ໄດ້ອັນດັບທີ 2 ຍາດໄດ້ 58 ຫຼຽນຄຳ, 51 ຫຼຽນເງິນ ແລະ 97 ຫຼຽນທອງ ລວມ 206 ຫຼຽນ, ສ່ວນອັນດັບ1 ເຈົ້າພາບ ຊຽງຂວາງ ສ້າງຜົນງານໄດ້ຢ່າງໂດດເດັ່ນ ໄດ້ເປັນເຈົ້າຫຼຽນຄໍາ ໂດຍຍາດມາໄດ້ເຖິງ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ລວມ 217 ຫຼຽນ.