Vientiane Times Lao
ແຈ້ງການ! ໃຫ້ຮ້ານຂາຍຍ່ອຍຢາ ຕິດລາຄາຢາ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງຢາດ້ວຍຄວາມຍຸຕິທໍາ

ແຈ້ງການ! ໃຫ້ຮ້ານຂາຍຍ່ອຍຢາ ຕິດລາຄາຢາ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງຢາດ້ວຍຄວາມຍຸຕິທໍາ

ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ອອກແຈ້ງການ ບັນດາຮ້ານຂາຍ ຕິດລາຄາຢາ ເປັນເງິນກີບ ໃສ່ກັບກ່ອງບັນຈຸຢາ ແລະ ຜະລິດຕະພັນການແພດ ທີ່ຈໍາໜ່າຍໃນຮ້ານຂາຍຍ່ອຍຢາ ໃນຂອບເຂດທົ່ວປະເທດ ເພື່ອຄວາມໂປງໃສທາງດ້ານລາຄາ ແລະ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງຢາດ້ວຍຄວາມຍຸຕິທໍາ.

ການແຈ້ງຕິດລາຄາຢາໃນຮ້ານຂາຍຍ່ອຍຢານີ້ ແມ່ນໃຫ້ພາກສ່ວນກ່ຽວຂ້ອງເປັນເຈົ້າການຈັດຕັ້ງປະຕິບັດ ຊ້າສຸດບໍ່ໃຫ້ກາຍວັນທີ 1 ມັງກອນ 2026, ການຕິດລາຄາຢາສາມາດຕິດໃສ່ກະດານ ຫຼື ຕິດໃສ່ແຜງຢາ ຫຼື ກັບກ່ອງບັນຈຸຢາໂດຍບໍ່ຕິດທັບບັນດາຂໍ້ມູນ ຈໍາເປັນຂອງຢາ ເຊິ່ງລາຄາຂາຍຍ່ອຍທີ່ກໍານົດໄວ້ແມ່ນບໍ່ໃຫ້ສູງກວ່າລາຄາຂາຍຍ່ອຍທີ່ໂຮງງານຜະລິດ ຫຼື ບໍລິສັດຜູ້ສະໜອງໄດ້ແຈ້ງກັບພາກລັດ.

Related Articles

Leave a Reply