Vientiane Times Lao
ຈະຖືກງົດໃຊ້ໄຟຟ້າຊົ່ວຄາວຖ້າຜູ້ຊົມໃຊ້ບໍ່ຈ່າຍຄ່າໄຟຟ້າກ່ອນວັນທີ 25 ຂອງທຸກໆເດືອນ

ຈະຖືກງົດໃຊ້ໄຟຟ້າຊົ່ວຄາວຖ້າຜູ້ຊົມໃຊ້ບໍ່ຈ່າຍຄ່າໄຟຟ້າກ່ອນວັນທີ 25 ຂອງທຸກໆເດືອນ

ລັດວິສາຫະກິດໄຟຟ້າລາວໃຫ້ຮູ້ວ່າ: ການຈ່າຍເງິນຄ່າໄຟຟ້າ ແມ່ນພັນທະຂອງຜູ້ຊົມໃຊ້ຕ້ອງໄດ້ປະຕິບັດ ແລະ ຕ້ອງຈ່າຍກ່ອນວັນທີ 25 ຂອງທຸກໆເດືອນ ຫຼື ຕາມວັນທີ ທີ່ຂຽນບອກໃນບິນໄຟຟ້າທີ່ເຮົາໄດ້ຮັບ ບໍ່ໃຫ້ມີໜີ້ຄ້າງ ຖ້າບໍ່ດັ່ງນັ້ນທ່ານກໍຈະຖືກງົດໃຊ້ໄຟຟ້າຊົ່ວຄາວ.

ໃນກໍລະນີທີ່ທ່ານຖືກງົດໃຊ້ໄຟຟ້າຊົ່ວຄາວຄວນເຮັດແນວໃດ?

1. ຜູ້ຊົມໃຊ້ໄຟຟ້າຕ້ອງຈ່າຍເງິນຄ່າໄຟຟ້າທັງໝົດທີ່ລະບຸໄວ້ໃນບິນເສຍກ່ອນ.​

2. ຜູ້ຊົມໃຊ້ໄຟຟ້າຕ້ອງຈ່າຍເງິນຄ່າເຊື່ອມຕໍ່ໄຟຟ້າຄືນຕາມລະບຽບດັ່ງລຸ່ມນີ້:

– ໝໍ້ໄຟ 1 ເຟສ ມູນຄ່າການຕໍ່ຄືນ 100,000 ກີບ/ໜ່ວຍ/ຄັ້ງ.​

– ໝໍ້ໄຟ 3 ເຟສ ມູນຄ່າການຕໍ່ຄືນ ​200,000 ກີບ/ໜ່ວຍ/ຄັ້ງ.​

– ໝໍ້ນັບໄຟແຮງດັນກາງ 22​ ກວ, 3 ເຟສມູນຄ່າການຕໍ່ຄືນ 1,500,000 ກີບ/ໜ່ວຍ/ຄັ້ງ.​

ທີ່ມາ: ລັດວິສາຫະກິດໄຟຟ້າລາວ

Related Articles

Leave a Reply