ຂອບການຮ່ວມມື ອາຊີຕາເວັນອອກ-ອາເມລິກາລາຕິນ (FEALAC) ສ້າງຕັ້ງຂຶ້ນໃນປີ 1999 ໂດຍມີຈຸດປະສົ່ງ ເພື່ອເຊື່ອມໂຍງບັນດາປະເທດ ໃນພາກພື້ນອາຊີຕາເວັນອອກ-ອາເມລິກາຕິນ ເຂົ້າຫາກັນ ເຊິ່ງມີປະເທດສະມາຊິກທັງໝົດ 36 ປະເທດ ແລະ ສປປ ລາວ ໄດ້ປະຕິບັດໜ້າທີ່ເປັນປະເທດປະສານງານພາກພື້ນອາຊີຕາເວັນອອກໃຫ້ແກ່ກົນໄກການຮ່ວມມືດັ່ງກ່າວ ແຕ່ປີ 2017-2024.
ໃນວັນທີ 22 ສິງຫາ 2025, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືເວທີປຶກສາຫາລືອາຊີຕາເວັນອອກ-ອາເມລິກາລາຕິນ (FEALAC) ຄັ້ງທີ 10 ໄດ້ຈັດຂຶ້ນ ທີ່ອຸລານບາຕໍ ປະເທດມົງໂກລີ, ພາຍໃຕ້ຄຳຂວັນ “25 Years and Beyond: Vision for East Asia and Latin America”, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ Battsetseg Batmunkh, ລັດຖະມົນຕີກະຊວງການຕ່າງປະເທດ ມົງໂກລີ, ໃນນາມເປັນປະເທດປະສານງານພາກພື້ນອາຊີຕາເວັນອອກ ແລະ ສ ໂດມິນິກັນ ໃນນາມເປັນປະເທດປະສານງານພາກພື້ນອາເມລິກາລາຕິນ ໂດຍມີຜູ້ຕາງໜ້າຈາກປະເທດສະມາຊິກຂອບການຮ່ວມມືດັ່ງກ່າວຈຳນວນ 33 ປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ການປຶກສາຫາລື ກ່ຽວກັບ ການທົບທວນຄືນການຮ່ວມມືໃນກົນໄກ FEALAC ໃນໄລຍະ 25 ປີ ຜ່ານມາ ແລະ ກໍານົດທິດທາງໃນຕໍ່ໜ້າເພື່ອຮັດແໜ້ນ ແລະ ສົ່ງເສີມການຮ່ວມມື ລະຫວ່າງ ສອງພາກພື້ນ ອາຊີຕາເວັນອອກ ແລະ ອາເມລິກາລາຕິນ ໃຫ້ເປັນຮູບປະທໍາຫຼາຍຂຶ້ນກວ່າເກົ່າ ເພື່ອສ້າງຄວາມເຂັ້ມແຂງ, ສ້າງກາລະໂອກາດ ແລະ ນຳເອົາຜົນປະໂຫຍດ ມາສູ່ປະຊາຊົນຂອງສອງພາກພື້ນ ໂດຍສະເພາະໃນສະພາບການຂອງໂລກປະຈຸບັນ ທີ່ມີການປ່ຽນແປງຢ່າງໄວວາ ແລະ ມີສິ່ງທ້າທາຍຫຼາຍຢ່າງເກີດຂຶ້ນ.
ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ປະກອບຄຳເຫັນ ໂດຍຍົກໃຫ້ເຫັນບົດບາດ ຄວາມສຳຄັນຂອງຂອບການຮ່ວມມື FEALAC ໃນການສົ່ງເສີມຄວາມເຂົ້າໃຈ, ການພົບປະທາງການເມືອງ, ການເຊື່ອມໂຍງເສດຖະກິດຂອງສອງພາກພື້ນ ໂດຍຜ່ານການຮ່ວມມືໃນຫຼາຍຂະແໜງການເຊັ່ນ: ການຄ້າ, ການລົງທຶນ, ການທ່ອງທ່ຽວ, ວັດທະນະທຳ, ຊາວໜຸ່ມ, ການພັດທະນາແບບຍືນຍົງ, ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການສຶກສາ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນຄວາມຄືບໜ້າຂອງການຮ່ວມມືໃນຂອບດັ່ງກ່າວ ແລະ ບາງສິ່ງທ້າທາຍທີ່ບັນດາປະເທດສະມາຊິກ FEALAC ຕ້ອງເພີ່ມຄວາມພະຍາຍາມຮ່ວມມືກັນ ເພື່ອແກ້ໄຂໃຫ້ດີຂຶ້ນ ແນ່ໃສ່ສົ່ງເສີມການຮ່ວມມືທີ່ມີຢູ່ ໃຫ້ເລິກເຊິງຂຶ້ນກວ່າເກົ່າ ໂດຍການມີສ່ວນຮ່ວມຂອງພາກລັດ-ເອກະຊົນ, ພາກທຸລະກິດ ສະຖາບັນການສຶກສາ ແລະ ອົງການຈັດຕັ້ງສາກົນ ເພື່ອສາມາດບັນລຸຈຸດປະສົງ ແລະ ເປົ້າໝາຍຂອງຂອບການຮ່ວມມືດັ່ງກ່າວ ໃຫ້ມີໝາກຜົນຕົວຈິງຫຼາຍຂຶ້ນກວ່າເກົ່າ.
ກອງປະຊຸມລັດຖະມົນຕີຕ່າງປະເທດ ຄັ້ງທີ 10 ນີ້ ໄດ້ຮັບຮອງເອົາຖະແຫຼງການອູລານບາຕໍ, ເຊິ່ງໄດ້ກວມລວມເອົາບັນດາແນວຄວາມຄິດ ແລະ ຂໍ້ລິເລີ່ມໃນການພັດທະນາກົນໄກການຮ່ວມມືຂອງ FEALAC, ພ້ອມດຽວກັນ ກໍໄດ້ມີພິທີການມອບ-ຮັບ ໜ້າທີ່ປະເທດປະສານງານພາກພື້ນອາຊີຕາເວັນອອກ ລະຫວ່າງ ສປປ ລາວ-ມົງໂກລີ ຢ່າງເປັນທາງການ.
ທີ່ມາ: ກົມການຂ່າວ