Vientiane Times Lao
ເຕືອນໄພສັງຄົມ! ກົນອຸບາຍໃໝ່ມິດສາຊີບ ປອມຕົວເປັນຜູ້ສະໝັກງານ ຫຼອກເອົາເງິນ

ເຕືອນໄພສັງຄົມ! ກົນອຸບາຍໃໝ່ມິດສາຊີບ ປອມຕົວເປັນຜູ້ສະໝັກງານ ຫຼອກເອົາເງິນ

ໜັງສືພິມວຽງຈັນທາຍ ໄດ້ຮັບການເປີດເຜີຍຈາກເຈົ້າຂອງຮ້ານອາຫານແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ (ບໍ່ປະສົງອອກນາມ) ກ່ຽວກັບປະສົບການທີ່ຖືກກຸ່ມມິດສາຊີບໃຊ້ກົນອຸບາຍໃໝ່  ຫຼອກລວງໃຫ້ໂອນເງິນຄ່າເດີນທາງ, ໂດຍອ້າງວ່າຈະມາສະໝັກເປັນພະນັກງານ, ສ້າງຄວາມເສຍຫາຍ ແລະ ຖືເປັນບົດຮຽນສຳຄັນໃຫ້ແກ່ສັງຄົມ.

ຜູ້ປະສົບເຫດໄດ້ເລົ່າລາຍລະອຽດຕໍ່ນັກຂ່າວວຽງຈັນທາຍວ່າ: ເມື່ອບໍ່ດົນມານີ້ ທາງຮ້ານໄດ້ມີການປະກາດຮັບສະໝັກພະນັກງານຜ່ານຊ່ອງທາງສື່ສັງຄົມອອນລາຍ. ຫຼັງຈາກປະກາດໄປໄດ້ບໍ່ດົນ, ໄດ້ມີບຸກຄົນຈຳນວນ 2 ຄົນ ຕິດຕໍ່ເຂົ້າມາສະແດງຄວາມສົນໃຈຂໍສະໝັກວຽກ. ເພື່ອສ້າງຄວາມໜ້າເຊື່ອຖື, ພວກກ່ຽວໄດ້ສົ່ງຮູບຖ່າຍບັດປະຈຳຕົວມາໃຫ້ທາງເຈົ້າຂອງຮ້ານກວດສອບ.

ໃນລະຫວ່າງການສອບຖາມຂໍ້ມູນເພີ່ມເຕີມຜ່ານທາງໂທລະສັບ, ຜູ້ສະໝັກທັງສອງໄດ້ສ້າງເລື່ອງລາວວ່າ ພວກຕົນອາໄສຢູ່ແຂວງສະຫວັນນະເຂດ ແລະ ກຳລັງປະສົບບັນຫາທາງການເງິນຢ່າງໜັກ ເນື່ອງຈາກຖືກນາຍຈ້າງຄົນເກົ່າບໍ່ຈ່າຍເງິນເດືອນ, ຈຶ່ງເຮັດໃຫ້ບໍ່ມີເງິນພຽງພໍສຳລັບຄ່າໂດຍສານເພື່ອເດີນທາງມານະຄອນຫຼວງວຽງຈັນ.

ດ້ວຍຄວາມເຫັນໃຈ ປະກອບກັບຄວາມຕ້ອງການພະນັກງານຢ່າງຮີບດ່ວນ, ເຈົ້າຂອງຮ້ານຈຶ່ງໄດ້ຕັດສິນໃຈຊ່ວຍເຫຼືອ ໂດຍການໂອນເງິນຈຳນວນ 800,000 ກີບ ໃຫ້ແກ່ພວກກ່ຽວເພື່ອເປັນຄ່າເດີນທາງ. ແຕ່ຫຼັງຈາກທີ່ພວກກ່ຽວໄດ້ຮັບເງິນເປັນທີ່ຮຽບຮ້ອຍແລ້ວ, ກໍໄດ້ລຶບຂໍ້ຄວາມການສົນທະນາທັງໝົດ, ພ້ອມທັງປິດໂທລະສັບ ແລະ ບໍ່ສາມາດຕິດຕໍ່ໄດ້ອີກເລີຍ.

ຈາກເຫດການດັ່ງກ່າວ, ຜູ້ປະສົບເຫດຈຶ່ງໄດ້ຝາກເປັນອຸທາຫອນມາຍັງບັນດາຜູ້ປະກອບການ, ເຈົ້າຂອງກິດຈະການ ແລະ ປະຊາຊົນທົ່ວໄປ ໃຫ້ເພີ່ມຄວາມລະມັດລະວັງຕໍ່ກົນອຸບາຍຂອງກຸ່ມຄົນບໍ່ຫວັງດີທີ່ນັບມື້ນັບຊັບຊ້ອນຂຶ້ນ.

ການກວດສອບຂໍ້ມູນຂອງຜູ້ສະໝັກງານຢ່າງຮອບຄອບ ແລະ ຫຼີກລ່ຽງການໂອນເງິນໃຫ້ບຸກຄົນທີ່ບໍ່ເຄີຍພົບໜ້າກັນມາກ່ອນ ຖືເປັນສິ່ງທີ່ສຳຄັນທີ່ສຸດ ເພື່ອປ້ອງກັນບໍ່ໃຫ້ຕົກເປັນເຫຍື່ອຂອງມິດສາຊີບດັ່ງກ່າວ.

ຂ່າວ: ລຳພອນ ປະສານທອງ, ໜັງສືພິມວຽງຈັນທາຍ

Related Articles

Leave a Reply