ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນມາຍັງປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືຕໍ່ສະພາບຝົນຕົກໜັກ ຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີດີນເຈື່ອນ, ນ້ຳຖ້ວມຊຸ, ນ້ຳຖ້ວມຍື່ງ ແລະ ນ້ຳຖ້ວມອັ່ງໃນຕົວເມືອງ.ເນື່ອງຈາກລົມພາຍຸໄຕ້ຝຸ່ນຄາຈິກິ (KAJIKI) ກໍາລັງເຄື່ອນທີ່ຢູໃກ້ແຄມຝັ່ງທະເລທາງພາກກາງຂອງປະເທດຫວຽດນາມ, ມີທິດທາງເຄື່ອນທີ່ໄປທາງທິດຕາເວັນຕົກ – ຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ, ພາຍຸຫົວນີ້ ຈະເຄື່ອນຜ່ານພາກກາງຂອງປະເທດຫວຽດນາມ, ສືບຕໍ່ຜ່ານພາກກາງ ແລະ ພາກເໜືອປະເທດລາວ ໃນຕອນແລງວັນທີ 25 ຫາ ຕອນເຊົ້າວັນທີ 26 ສິງຫາ 2025 ນີ້, ຊຶ່ງຈະເຮັດໃຫ້ມີຝົນຕົກ ໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຈະຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.
