ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ຈະເລີ່ມທົດລອງການລົງທະບຽນ ເດີນທາງເຂົ້າ-ອອກປະເທດລາວຜ່ານລະບົບອອນລາຍໂດຍຜ່ານ ເວັບໄຊ: www.immigration.gov.la, ນັບແຕ່ວັນທີ 01 ກັນຍາ 2025ເປັນຕົ້ນໄປ ແລະ ໃນຕົ້ນປີ 2026 ແມ່ນຈະສິ້ນສຸດການທົດລອງ ໂດຍຈະເລີ່ມຕົ້ນຈັດຕັ້ງປະຕິບັດ ໃຫ້ຄົນຕ່າງປະເທດ ລົງທະບຽນ ເດີນທາງເຂົ້າ-ອອກ ຜ່ານລະບົບອອນລາຍ ເພື່ອປ່ຽນແທນການຂຽນແບບພິມແຈ້ງເຂົ້າ-ອອກ ສປປ ລາວ ຢູ່ ບັນດາດ່ານສາກົນ ໃນຂອບເຂດທົ່ວປະເທດ.
ການທົດລອງລົງທະບຽນດັ່ງກ່າວຈະເລີ່ມຕົ້ນຢູ່ 04 ດ່ານສາກົນ ຄື: ສະໜາມບິນສາກົນ ວັດໄຕ ນະຄອນຫຼວງວຽງຈັນ; ສະໜາມບິນສາກົນ ຫຼວງພະບາງ ແຂວງ ຫຼວງພະບາງ; ສະໜາມບິນສາກົນ ປາກເຊ ແຂວງ ຈຳປາສັກ ແລະ ຢູ່ດ່ານສາກົນ ຂົວມິດຕະພາບ 1 ນະຄອນຫຼວງວຽງຈັນ.
ຄົນຕ່າງປະເທດ ທີ່ນຳໃຊ້ໜັງສືຜ່ານແດນ (Passport) ທີ່ເດີນທາງເຂົ້າ-ອອກ ສປປ ລາວ ຜ່ານ 04 ດ່ານ ສາກົນດັ່ງກ່າວ ຕ້ອງລົງທະບຽນ ຜ່ານລະບົບອອນລາຍ, ຊຶ່ງພາຍຫຼັງລົງທະບຽນສຳເລັດ ຈະໄດ້ຮັບ QR Code (ທີ່ສາມາດນໍາໃຊ້ໄດ້ໃນໄລຍະເວລາ 03 ວັນ ທີ່ຈະເດີນທາງ) ເພື່ອແຈ້ງເຂົ້າ-ອອກ ຕໍ່ເຈົ້າໜ້າທີ່ ຕຳຫຼວດກວດຄົນ ເຂົ້າ-ອອກເມືອງ ປະຈໍາດ່ານກວດກາ, ຢັ້ງຢືນການລົງທະບຽນ. ຄົນຕ່າງປະເທດ ທີ່ລົງທະບຽນອອນລາຍແລ້ວ ແມ່ນ ບໍ່ຈຳເປັນຕ້ອງຂຽນ ຫຼື ຕື່ມ ແບບພິມແຈ້ງເຂົ້າ-ອອກ ສປປ ລາວ (Arrival-Departure application form).
ທີ່ມາ: ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ