ທີມຊາດລາວ ຮຸ່ນອາຍຸ 23 ປີ ພາຍໃຕ້ການຄຸມທີມຂອງທ່ານ ຮາ ຮອກ ຈູນ HA HYEOKJUN ສັນຊາດ ສ ເກົາຫຼີ ໄດ້ເດີນທາງໄປຝຶກຊ້ອມ ຢູ່ທີ່ສູນຝຶກ WISHING TREE CAMP ຂອນແກ່ນ ປະເທດໄທ ໃນລະຫວ່າງວັນທີ 27-31 ສິງຫາ 2025 ເພື່ອກຽມຄວາມພ້ອມເຂົ້າຮ່ວມ ການແຂ່ງຂັນບານເຕະຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 23 ປີ ຫຼື U23 ຮອບຄັດເລືອກ 2026 AFC U23 ASIAN CUP SAUDI ARABIA 2026.

ການແຂ່ງຂັນລາຍການນີ້ ມີ 44 ທີມ ແບ່ງອອກເປັນ 11 ກຸ່ມ ໂດຍທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ຢູ່ກຸ່ມ J ຮ່ວມກັບທີມຊາດອິນໂດເນເຊຍ (ເຈົ້າພາບ), ສ ເກົາຫຼີ ແລະ ເຂດປົກຄອງພິເສດມາເກົາ, ຊຶ່ງການແຂ່ງຂັນລາຍການນີ້ ແມ່ນຄັດເອົາອັນດັບ 1 ແຕ່ລະກຸ່ມ ຜ່ານເຂົ້າຮອບສຸດທ້າຍ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 4 ທີມ ເຂົ້າຮອບສຸດທ້າຍ ຮ່ວມກັບ ປະເທດຊາອຸດິ ອາຣັບເບຍ ທີ່ໄດ້ຮັບກຽດເປັນເຈົ້າພາບ.
ສໍາລັບ ຕາຕະລາງການແຂ່ງຂັນຂອງທີມຊາດລາວ ປະກອບມີ: ວັນທີ 3 ກັນຍາ 2025 ເວລາ 19:30 ທີມຊາດລາວ ພົບກັບ ທີມຊາດອິນໂດເນເຊຍ, ວັນທີ 6 ກັນຍາ 2025 ເວລາ 15:30 ທີມຊາດລາວ ພົບກັບ ທີມຊາດ ສ ເກົາຫຼີ ແລະ ວັນທີ 9 ກັນຍາ 2025 ເວລາ 15:30 ທີມຊາດລາວ ພົບກັບ ເຂດປົກຄອງພິເສດມາເກົາ.
ທີ່ມາ: ສຕລ