Vientiane Times Lao
ປະທານປະເທດ ຈະເດີນທາງຢ້ຽມຢາມເຮັດວຽກ ຢູ່ ສປ ຈີນ ແລະ ສສ ຫວຽດນາມ

ປະທານປະເທດ ຈະເດີນທາງຢ້ຽມຢາມເຮັດວຽກ ຢູ່ ສປ ຈີນ ແລະ ສສ ຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ຈະນໍາພາຄະນະຜູ້ແທນລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 (The 25th Shanghai Cooperation Organization Summit) ໃນລະຫວ່າງວັນທີ 31 ສິງຫາ-1 ກັນຍາ 2025 ທີ່ນະຄອນທ່ຽນຈິ່ນ ສາທາລະນະລັດ ປະຊາຊົນຈີນ (ສປ ຈີນ); ເຂົ້າຮ່ວມພິທີລະນຶກວັນໄຊຊະນະສົງຄາມຕ້ານຟາດຊິດ ຄົບຮອບ 80 ປີ ແລະ ສືບຕໍ່ຢ້ຽມຢາມເຮັດວຽກ ຢູ່ ສປ ຈີນ ໃນລະຫວ່າງວັນທີ 3-6 ກັນຍາ 2025 ທີ່ຈະມາເຖິງນີ້, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ປະທານປະເທດ ແຫ່ງ ສປ ຈີນ.

ພ້ອມດຽວກັນນັ້ນ, ສະຫາຍ ທອງລຸນ ສີສຸລິດ ຈະນໍາພາຄະນະຜູ້ແທນລາວ ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 80 ປີ ໃນວັນທີ 2 ກັນຍາ 2025 ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ.

ໃນໂອກາດເດີນທາງເຄື່ອນໄຫວ ແລະ ຢ້ຽມຢາມຕ່າງປະເທດໃນຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ຍັງຈະໄດ້ພົບປະ ແລະ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງການນໍາຂັ້ນສູງຂອງບັນດາປະເທດເພື່ອນມິດ, ປະເທດສະມາຊິກ ແລະ ປະເທດສັງເກດການຂອງອົງການຮ່ວມມືຊຽງໄຮ້ (SCO) ຈໍານວນໜຶ່ງ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມກັບບັນດາປະເທດດັ່ງກ່າວ.

ແຈ້ງການ: ກະຊວງການຕ່າງປະເທດ

Related Articles

Leave a Reply