Vientiane Times Lao
ລັດຖະບານ ຖືເອົາວຽກງານການສຶກສາ ເປັນວຽກທີ່ສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ລັດຖະບານ ຖືເອົາວຽກງານການສຶກສາ ເປັນວຽກທີ່ສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວບາງຕອນສໍາຄັນຂອງວຽກງານສຶກສາ ເນື່ອງໃນໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2025-2026 ວ່າ: ລັດຖະບານ ຍາມໃດກໍໄດ້ຖືວຽກງານການສຶກສາ ເປັນວຽກໜຶ່ງສຳຄັນ “ເອົາການສຶກສາ ໄປກ່ອນວຽກງານອື່ນ ກ້າວໜຶ່ງ”, “ເອົາຄົນ ເປັນເປົ້າໝາຍ, ເປັນໃຈກາງ” ໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ການສຶກສາ ເປັນການພັດທະນາຊັບພະຍາກອນມະນຸດ, ສ້າງຄົນເຮົາ ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີລະບຽບວິໄນ, ມີສະຕິເຄົາລົບ ແລະ ປະຕິບັດກົດໝາຍ, ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ, ຮັກຄວາມກ້າວໜ້າ ແລະ ມີວິທະຍາສາດ ເພື່ອກາຍເປັນກໍາລັງແຮງງານ ທີ່ມີຄຸນນະພາບ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດຊາດ ໃນໄລຍະໃໝ່.

ເພື່ອກຽມຄວາມພ້ອມ ໃຫ້ແກ່ການຮຽນ-ການສອນ ໃນສົກຮຽນ 2025-2026 ດໍາເນີນໄປຢ່າງມີປະສິດທິຜົນ ແລະ ຮັບປະກັນຄຸນນະພາບ ການຮຽນ-ການສອນ, ສາມາດແກ້ໄຂບັນຫາຄົງຄ້າງ ໃນສົກຮຽນຜ່ານມາ ເປັນຕົ້ນ ອັດຕາການປະລະການຮຽນ ຍັງສືບຕໍ່ເພີ່ມຂຶ້ນ, ການຂາດຄູສອນ ແລະ ການເຂົ້າຮຽນສາຍອາຊີວະ ແລະ ການສຶກສາຊັ້ນສູງ ຍັງສືບຕໍ່ຫຼຸດລົງ ແລະ ອື່ນໆ. ເພື່ອສ້າງພື້ນຖານທີ່ໜັກແໜ້ນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທຸກພາກສ່ວນ ທັງຜູ້ຮັບຜິດຊອບວຽກງານສຶກສາທິການ ແລະ ກິລາ ໂດຍກົງ ແລະ ທົ່ວປວງຊົນລາວທັງຊາດ ໃຫ້ພ້ອມກັນເອົາໃຈໃສ່ ດັ່ງນີ້:

ໃຫ້ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ ຈົ່ງເພີ່ມທະວີຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ, ຕິດຕາມ ຊຸກຍູ້ບັນດາສະຖານການສຶກສາຢ່າງໃກ້ຊິດ ໃຫ້ໄດ້ເຄື່ອນໄຫວວຽກງານເປັນປົກກະຕິ ຕາມ 5 ຫຼັກມູນຂອງການສຶກສາ ໃນໄລຍະໃໝ່ ເປັນຕົ້ນ ສ້າງຂະບວນການກິລາ-ກາຍຍະກໍາ, ສິລະປະ, ​ວັນນະຄະດີ ແລະ ປັບປຸງສະພາບແວດລ້ອມໂຮງຮຽນ ເພື່ອດຶງດູດໃຫ້ນັກຮຽນ-ນັກສຶກສາ ມີຄວາມສົນໃຈໃນການຮໍ່າຮຽນ ແລະ ເຂົ້າຮຽນຫຼາຍຂຶ້ນ; ບັນດາ-ຄູອາຈານ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ ໃນການປະຕິບັດໜ້າທີ່, ປະຕິບັດຫຼັກສູດການຮຽນ-ການສອນ, ຮໍ່າຮຽນເອົາເຕັກນິກອັນໃໝ່ມາໝູນໃຊ້ເຂົ້າໃນການກະກຽມບົດສອນ, ຈັດຮູບແບບການຮຽນ-ການສອນໃຫ້ມີຄວາມຫຼາກຫຼາຍ ເພື່ອດຶງດູດໃຫ້ນັກຮຽນ-ນັກສຶກສາ ມີຄວາມສົນໃຈ, ມີຄວາມຕັ້ງໃຈໃນການຮໍ່າຮຽນ, ​ສ້າງຄວາມເຂັ້ມແຂງໃນການບໍາລຸງຄູ ໃນຫົວຂໍ້ທີ່ຈໍາເປັນ ເຊັ່ນ: ການນໍາໃຊ້ໄອຊີທີ, ປັນຍາປະດິດ (AI), ນະວັດຕະກໍາ ແລະ ອື່ນໆ ເຂົ້າໃນການຈັດການ ການຮຽນ-ການສອນ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ, ປະຕິບັດໜ້າທີ່ ດ້ວຍຄວາມສັດຊື່ບໍລິສຸດ ແລະ ມີຈັນຍາບັນ ຕໍ່ວິຊາຊີບຂອງຕົນ ແລະ ພັດທະນາຕົນເອງ ດ້ານວິຊາສະເພາະ ແລະ ເຕັກໂນໂລຊີໃໝ່ ໃຫ້ທັນກັບສະພາບການປ່ຽນແປງຂອງໂລກ ໃນແຕ່ລະໄລຍະ ເພື່ອໃຫ້ນັກຮຽນ-ນັກສຶກສາລາວ ສາມາດນໍາທັນຄວາມທັນສະໄໝຂອງໂລກ;

ພໍ່ແມ່ຜູ້ປົກຄອງຂອງນັກຮຽນ-ນັກສຶກສາ ຈົ່ງພ້ອມກັນສຶກສາອົບຮົມ ແລະ ປຸກລະດົມຂົນຂວາຍລູກຫຼານ ຂອງຕົນທີ່ຢູ່ໃນເກນອາຍຸ ໃຫ້ໄປເຂົ້າໂຮງຮຽນ ແລະ ໃຫ້ເຂົາເຈົ້າສືບຕໍ່ຮຽນຈົນຈົບ ຢ່າງໜ້ອຍໃຫ້ຈົບການສຶກສາພາກບັງຄັບ (ຊັ້ນມັດທະຍົມສຶກສາປີທີ 4) ເພື່ອໃຫ້ເຂົາເຈົ້າມີຄວາມຮູ້ຂັ້ນພື້ນຖານ ເພື່ອໄປຕໍ່ຍອດໃນສາຍອາຊີບ ແລະ ສາມາດສືບຕໍ່ຮຽນໃນຊັ້ນທີ່ສູງຂຶ້ນໄປໃຫ້ນັບມື້ຫຼາຍຂຶ້ນ ໂດຍໃຫ້ຖືວຽກນີ້ເປັນພັນທະ, ເປັນຄວາມຮັບຜິດຊອບໂດຍກົງ ຂອງຜູ້ປົກຄອງ ໃນໄລຍະໃໝ່ນີ້;

ສຳລັບ ລູກຫຼານນັກຮຽນ-ນັກສຶກສາ, ຈົ່ງພາກັນຕັ້ງໃຈຄົ້ນຄວ້າ ຮ່ຳຮຽນຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍຕົນເອງໃຫ້ຫຼາຍຂຶ້ນ, ດຸໝັ່ນຂະຫຍັນພຽນ, ຕັ້ງໜ້າປະຕິບັດກົດລະບຽບຂອງໂຮງຮຽນໃຫ້ເຂັ້ມງວດ, ຝຶກຝົນຫຼໍ່ຫຼອມ ໃຫ້ກາຍເປັນນັກຮຽນດີ, ຮຽນເກັ່ງຂອງຄູ-ອາຈານ, ເປັນລູກຫຼານທີ່ດີ ຂອງພໍ່ແມ່ຜູ້ປົກຄອງ, ເປັນພົນລະເມືອງທີ່ດີ ຂອງປະເທດຊາດ;

ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ສະມາຄົມພໍ່ແມ່ນັກຮຽນ-ຄະນະພັດທະນາການສຶກສາແຕ່ລະຂັ້ນ, ຊຸມຊົນ, ອົງການຈັດຕັ້ງມະຫາຊົນ, ພາກທຸລະກິດ ແລະ ສັງຄົມ ຈົ່ງພ້ອມກັນປະກອບສ່ວນ ຕາມພາລະບົດບາດຂອງຕົນ ປະກອບສ່ວນເຂົ້າໃນການສຶກສາອົບຮົມແນວຄິດ ໃຫ້ແກ່ນັກຮຽນ-ນັກສຶກສາ, ຊ່ວຍຄູອາຈານ ໃນການປະຕິບັດໜ້າທີ່, ມີສ່ວນຮ່ວມໃນຂະບວນການ ສ້າງສະພາບແວດລ້ອມທີ່ດີ ເພື່ອໃຫ້ນັກຮຽນ-ນັກສຶກສາ ໄດ້ເກີດການຮຽນຮູ້ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນພົນລະເມືອງທີ່ດີຂອງປະເທດຊາດ ແລະ ຖືເອົາວຽກງານການສຶກສາ ເປັນໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງໝົດທຸກຄົນ ໃນທົ່ວສັງຄົມ.

ໃນໂອກາດນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ທຸກການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາ ໃນຂອບເຂດທົ່ວປະເທດ ຈົ່ງໃຫ້ການຮ່ວມມື ແລະ ເປັນເຈົ້າການຮ່ວມກັບຂະແໜງການສຶກສາ ແລະ ກິລາ ໃນການກະກຽມຄວາມພ້ອມ, ອໍານວຍຄວາມສະດວກ ແລະ ໃຫ້ການຊ່ວຍເຫຼືອ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ ຂອງແຕ່ລະພາກສ່ວນ ເພື່ອໃຫ້ສົກຮຽນໃໝ່ 2025-2026 ໃຫ້ມີຜົນສໍາເລັດໄປໄດ້ດ້ວຍດີ.

Related Articles

Leave a Reply