ໃນວັນທີ 9 ກັນຍາ 2025, ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງ ນະຄອນຫຼວງວຽງຈັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ການຕ້ອນຮັບ ທ່ານ ຣາຊັນ ຊຸ້ນຫົ້ວ, ຜູ້ວ່າ ຈັງຫວັດອຸດອນທານີ ພ້ອມດ້ວຍ ທ່ານ ນັດທະພົນ ວິຖີ, ຮອງຜູ້ວ່າ ແຂວງ ອຸດອນທານີ ພ້ອມດ້ວຍຄະນະ. ໂດຍມີ ທ່ານ ນາງ ມໍຣະກົດ ສີສະຫວັດ, ເອກອັກຄະຣາຊະທູດ ປະຈໍາ ນະຄອນຫຼວງວຽງຈັນ ກໍໄດ້ເຂົ້າຮ່ວມພິທີຕ້ອນຮັບໃນຄັ້ງນີ້.
ຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້, ແມ່ນເພື່ອປະຊາສໍາພັນ “ງານມະຫະກໍາພືດສວນໂລກ” ຈັງຫວັດອຸດອນທານີ 2026 (International Horticultural Expo 2026) ເຊິ່ງຈະຈັດຂຶ້ນ ລະຫວ່າງ ວັນທີ 1 ພະຈິກ 2026 ຫາ ວັນທີ 14 ມີນາ 2027 ລວມເປັນເວລາ 134 ວັນ, ຢູ່ ສວນສາທາລະນະໜອງແດ, ຕໍາບົນກຸດສະ, ອໍາເພີເມືອງ, ຈັງຫວັດອຸດອນທານີ.
ໃນການປຶກສາຫາລື, ທ່ານ ຣາຊັນ ຊຸ້ນຫົ້ວ, ຜູ້ວ່າ ຈັງຫວັດ ອຸດອນທານີ ໄດ້ກ່າວເຖິງການດໍາເນີນກິດຈະກໍາເພື່ອສົ່ງເສີມຄວາມສໍາພັນອັນແໜ້ນແຟ້ນ ລະຫວ່າງ ໄທ ແລະ ສປປ ລາວ. ພ້ອມເຊີນຊວນພີ່ນ້ອງປະຊາຊົນລາວຮ່ວມສໍາຜັດກັບຄວາມງົດງາມຂອງພືດພັນນາໆ ຊາດ ຈາກທົ່ວໂລກ, ຊົມນະວັດຕະກໍາດ້ານພືດສວນທີ່ທັນສະໄໝ ແລະ ໄດ້ຊົມການສະແດງທີ່ງົດງາມ ທີ່ສະທ້ອນໃຫ້ເຫັນເຖິງວັດທະນະທໍາ ແລະ ພູມປັນຍາທ້ອງຖິ່ນ.
ສຳລັບງານວາງສະແດງພືດສວນໂລກອຸດອນທານີ 2026 ຖືວ່າເປັນເວທີທີ່ສຳຄັນໃນການຊຸກຍູ້ເສດຖະກິດ ການທ່ອງທ່ຽວ ແລະ ການສ້າງກາລະໂອກາດໃໝ່ໆ ໃຫ້ແກ່ປະຊາຊົນທັງສອງປະເທດ. ນີ້ຈະເປັນອີກບາດກ້າວໜຶ່ງທີ່ສຳຄັນໃນການຊຸກຍູ້ການຮ່ວມມືໃນພາກພື້ນອາຊຽນ.


