ສປ ຈີນ ໄດ້ຊ່ວຍທຶນສ້າງ ອາຄານຮຽນ ແລະ ຫ້ອງສະໝຸດ ຢູ່ບ້ານຖິ່ນຊົມ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ແລະ ກິດຈະກຳ ຫ້ອງສະໝຸດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5 ໂດຍມີພິທີມອບ-ຮັບເມື່ອມໍ່ໆມານີ້ ຢູ່ບ້ານຖິ່ນຊົມ ໂດຍການເຂົ້າຮ່ວມຂອງທ່ານ ສະເຫວີຍ ສີລາວັນ ປະທານຄະນະກຳມະການປົກຄອງ ນະຄອນ ຫຼວງພະບາງ, ທ່ານ ຈ່າງ ເສີ້ຜິງ ກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ ແຂວງຫຼວງພະບາງ ແລະ ຜູ້ຕາງໜ້າ ກຸ່ມ ບໍລິສັດ CCCG, ບໍລິສັດ ນໍ້າ CWE ແລະ ໄຟຟ້າສາກົນແຫ່ງ ສປ ຈີນ ສາຂາປະຈໍາ ສປປ ລາວ ພ້ອມດ້ວຍອົງການປົກຄອງທ້ອງຖິ່ນ, ປະຊາຊົນ ແລະ ນັກຮຽນ ເຂົ້າຮ່ວມ.
ໃນພິທີໄດ້ຮັບຟັງການຜ່ານບົດລາຍງານຂອງໂຄງການຊ່ວຍເຫຼືອຄັ້ງນີ້ ວ່າ: ໂຄງການກໍ່ສ້າງ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ ເດືອນກໍລະກົດ 2025 ມາເຖິງປັດຈຸບັນ ສໍາເລັດ 100%, ໂດຍໄດ້ຮັບທຶນຊ່ວຍເຫຼືອ ຈາກພັກ-ລັດຖະບານ ສປ ຈີນ. ຮັບເໝົາກໍ່ສ້າງໂດຍ ກຸ່ມບໍລິສັດ CCCG, ບໍລິສັດ ນໍ້າ CWE ແລະ ໄຟຟ້າສາກົນ ແຫ່ງ ສປ ຈີນ. ໃນນັ້ນ, ໄດ້ກໍ່ສ້າງອາຄານຮຽນນັກຮຽນອະນຸບານ 1 ຫຼັງ, ທັງສ້າງຫ້ອງນ້ຳ ແລະ ປັບປຸງອາຄານຮຽນຊັ້ນປະຖົມ ເພື່ອໃຫ້ນຳໃຊ້ເຂົ້າໃນການຮຽນ ການສອນ ແລະ ເປັນຫ້ອງສະໝຸດ ໃຫ້ນັກຮຽນເຂົ້າເຖິງການອ່ານທີ່ສະດວກ. ຈາກນັ້ນ, ທ່ານ ຈ່າງເສີ້ຜິງ ໄດ້ມີຄໍາເຫັນວ່າ: ການຊ່ວຍເຫຼືອບ້ານຖີ່ນຊົມຄັ້ງນີ້, ເປັນຫຼັກຖານທີ່ສ່ອງແສງເຖິງຄວາມຮັບຜິດຊອບຕໍ່ສັງຄົມລາວ ຂອງບໍລິສັດຈີນ ແລະ ມິດຕະພາບອັນເລິກເຊິ່ງລະຫວ່າງປະຊາຊົນສອງຊາດລາວ-ຈີນ, ຫວັງວ່າໂຮງຮຽນອະນຸບານບ້ານຖິ່ນຊົມ ແລະ ຫ້ອງສະໝຸດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5 ນີ້ ຈະຊ່ວຍເຫຼືອໃຫ້ມີຄຸນນະພາບ ເພື່ອສ້າງເງື່ອນໄຂ ໃຫ້ເດັກນ້ອຍຊົນນະບົດລາວ ໄດ້ມີບ່ອນສຶກສາຮໍ່າຮຽນໃຫ້ມີຄວາມຮູ້ ແລະ ເຕີບໂຕຢ່າງເຕັມທີ່.
ທ່ານ ສະເຫວີຍ ສີລາວັນ ໄດ້ກ່າວຂອບໃຈ ແລະ ຕີລາຄາສູງຕໍ່ໂຄງການນີ້ວ່າ: ໂຄງການກໍ່ສ້າງໂຮງຮຽນອະນຸບານບ້ານຖີ່ນຊົມນີ້, ເປັນເປັນໂຄງການທີ່ມີຄວາມສໍາຄັນຫຼາຍ ຕໍ່ວຽກງານສຶກສາຂອງ ສປປ ລາວ ທີ່ຍັງຂາດທຶນຮອນ. ຊຶ່ງການຊ່ວຍເຫຼືອນີ້, ໄດ້ສະທ້ອນໃຫ້ເຫັນເຖິງຈິດໃຈ ຊ່ວຍເຫຼືອສັງຄົມ ແລະ ມິດຕະພາບຂອງຈີນ ທີ່ມີຕໍ່ປະຊາຊົນລາວ. ບ້ານຖິ່ນຊົມເປັນບ້ານມິດຕະພາບສາກົນກັບບ້ານສິບແປດຖໍ້າ ຂອງ ສປ ຈີນ ຊຶ່ງໄດ້ສ້າງໂອກາດທີ່ດີ ໃນການນໍາເອົາບົດຮຽນຈາກຈີນມາພັດທະນາ. ຫວັງຢ່າງຍິ່ງວ່າ ພາຍໃຕ້ປະສົບການ ການຊ່ວຍເຫຼືອຂອງ ສປ ຈີນ ຈະເຮັດໃຫ້ພື້ນຖານເສດຖະກິດ, ຊີວິດການເປັນຢູ່ຂອງປະຊາຊົນພາຍໃນບ້ານຖິ່ນຊົມ ໄດ້ຮັບການພັດທະນາໃຫ້ດີຂຶ້ນເທື່ອລະກ້າວ.
ແຫຼ່ງຂ່າວ: ແຂວງຫຼວງພະບາງ

