ອົງການກວດກາແຫ່ງລັດ, ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ກັກຕົວ ອະດີດພະນັກງານລັດວິສາຫະກິດໄຟຟ້າລາວ: ອະດີດ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ອະດີດ ຫົວໜ້າຫ້ອງການສຶກສາສຳຫຼວດອອກແບບສາຍສົ່ງ ແລະ ສະຖານີ ໃນຂໍ້ກ່າວຫາ: ສໍ້ລາດບັງຫຼວງ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ.
ປະຈຸບັນ, ເຈົ້າໜ້າທີ່ພວມດໍາເນີນການສືບສວນ-ສອບສວນເພີ່ມເຕີມ ເພື່ອສະຫຼູບສໍານວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນ ເພື່ອຖະແຫຼງສັ່ງຟ້ອງຂຶ້ນສານຕາມຂັ້ນຕອນຂອງກົດໝາຍ.
ອີງຕາມວາລາສານກວດກາ ໄດ້ລາຍງານໃນວັນທີ 16 ກັນຍາ 2025 ນີ້ວ່າ: ໃນໄລຍະຜ່ານມາ ອົງການກວດກາແຫ່ງລັດ, ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ດຳເນີນການກວດກາ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງສາຍສົ່ງ 230 ກວ ທ່າວຽງ-ຫຼັກ20 ແລະ ໂຄງການກໍ່ສ້າງສາຍສົ່ງ 115 ກວ ນໍ້າໄຜ່-ທົ່ງຄູນ.
ຜ່ານການກວດກາຕົວຈິງພົບເຫັນ ພະນັກງານລັດວິສາຫະກິດໄຟຟ້າລາວ ຈຳນວນໜຶ່ງມີພຶດຕິກໍາລະເມີດລະບຽບການ ແລະ ກົດໝາຍ ພ້ອມທັງມີປາກົດການສວຍໃຊ້ໜ້າທີ່ເພື່ອຫາຜົນປະໂຫຍດຈາກໂຄງການດັ່ງກ່າວ, ຊຶ່ງການກະທໍາດັ່ງກ່າວໄດ້ສ້າງຜົນເສຍຫາຍໃຫ້ແກ່ລັດເປັນຈຳນວນຫຼວງຫຼາຍ.
ສະນັ້ນ, ໃນວັນທີ 25 ກໍລະກົດ 2025 ອົງການກວດກາແຫ່ງລັດ, ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຈຶ່ງໄດ້ອອກຄຳສັ່ງເປີດການສືບສວນ-ສອບສວນ ແລະ ນຳໃຊ້ມາດຕະການສະກັດກັ້ນ (ກັກຕົວ) ຕໍ່ພະນັກງານກ່ຽວຂ້ອງຈຳນວນ 2 ຄົນ ດັ່ງກ່າວ.

